ກຳມາທິການ ວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ພ.ພ. 13, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າວັນທີ 12 ພຶດສະພາ 2025 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ນໍາໂດຍທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບ ແລະ ລາຍງານຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ຕໍ່ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວຂະແໜງກ່ຽວຂ້ອງ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.ພາກບ່າຍ, ຢູ່ທີ່ຫ້ອງປະຊຸມພະແນກ ສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ກຳມາທິການ ວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ກັບ ຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາ ຊົນແຂວງ ແລະ ບັນດາພະແນການອ້ອມຂ້າງແຂວງ; ໂດຍການເປັນປະທານຮ່ວມຂອງທ່ານ ບຸນຕາ ເທບພະວົງ ກຳມະ ການສຳຮອງສູນກາງພັກ, ປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ແລະ ທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ມີທ່ານ ຄໍາມະນີ ໄຊດວງຕາ ປະທານຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າ ພະແນກການ, ອົງການ ແລະ ພະນັກງານຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງ, ກໍ່ເພື່ອເປັນຕິດຕາມກວດກາ, ເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງ ເຂດວັດທະນະທໍາ-ສັງຄົມ ປະຈໍາປີ 2025 ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ປະຕິບັດຕາມແຜນການເຄື່ອນໄຫວ ປະທານກຳມາທິການ ວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ຄະນະກໍາມະການ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ຍັງຈະໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ໂຮງໝໍ່ແຂວງ, ໂຮງຮຽນວິຊາຊີບ, ຄະນະນໍາ ແລະ ຫ້ອງການກ່ຽວຂ້ອງຂອງເມືອງຫຼາ ພ້ອມທັງລົງຢ້ຽມຢາມແຫຼງທ່ອງທ່ຽວ ແລະ ສະຖານທີ່ຕ່າງໆຕື່ມອີກ. ພາບ\ຂ່າວ: ສະພາປະຊາຊົນແຂວງ.