ກຳມາທິການກົດໝາຍ ຕິດຕາມກວດກາການປະຕິບັດກົດໝາຍຢູ່ຫຼວງນ້ຳທາ

ກ.ຍ. 8, 2025

(ສພຂ) – ວັນທີ 5 ກັນຍາຜ່ານມາ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ແລະ ຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຫຼວງນ້ຳທາ ເຊິ່ງໄດ້ເຂົ້າພົບທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງນ້ໍາທາ ເພື່ອລາຍງານຈຸດປະສົງໃນການເຄື່ອນໄຫວຄັ້ງນີ້; ຈາກນັ້ນ, ໄດ້ເປີດກອງປະຊຸມຕິດຕາມກວດກາການປະຕິບັດກົດໝາຍປະຈຳປີ 2025 ຂອງກຳມາທິການກົດໝາຍ ໂດຍການເປັນປະທານຮ່ວມຂອງທ່ານ ຄຳແພງ ວິລະພັນ ແລະ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ (ສພຂ), ມີບັນດາທ່ານຄະນະປະຈຳ ແລະ ພະນັກງານ ສພຂ, ພະແນກການທີ່ກ່ຽວຂ້ອງ ລວມຜູ້ເຂົ້າຮ່ວມ 34 ທ່ານ, ຍິງ 6 ທ່ານ.
ໃນກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການທີ່ກ່ຽວຂ້ອງໃນໄລຍະຜ່ານມາ; ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ກົດໝາຍວ່າດ້ວຍການຂົນສົ່ງທາງບົກ ເປັນຕົ້ນແມ່ນຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ທິດທາງ ແລະ ມາດຕະການໃນຕໍ່ໜ້າ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນສົນທະນາ, ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍມີຄຸນນະພາບ ແລະ ມີຄວາມເຂັ້ມງວດຂຶ້ນກວ່າເກົ່າ.
(ນາງ ອຳພອນ ສີປະເສີດ)