ກຳມະບານຮາກຖານ ສະພາປະຊາຊົນແຂວງ ສະຫວັນນະເຂດ ສຳເລັດກອງປະຊຸມໃຫຍ່ຄັ້ງທີ VI.

ມ.ກ. 1, 2025

ໃນຕອນບ່າຍວັນທີ 31 ທັນວາ 2024 ກຳມະບານຮາກຖານ ສະພາປະຊາຊົນແຂວງ ໄດ້ເປິດກອງປະຊຸມໃຫຍ່ຄັ້ງທີ VI ໃນຂັ້ນຂອງຕົນຂຶ້ນ, ໂດຍການເຂົ້າຮ່ວມ ຂອງສະຫາຍ ນາງ ສີສະຫວັດ ໂຄດທະວົງສາ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ເປັນກຽດເຂົ້າຮ່ວມຕ້ອນຮັບໂດຍ ສະຫາຍ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ, ຮອງເລຂາຄະນະພັກຮາກຖານ ສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ, ມີບັນດາສະຫາຍແຂກຮັບເຊີນຈາກກຳມະບານຮາກຖານອ້ອມຂ້າງ, ຄະນະກຳມະບານຮາກຖານ,ຕະຫລອດຮອດພະນັກງານ,ສະມາຊິກກຳມະບານທີ່ເປັນຜູ້ແທນສົມບູນເຂົ້າຮ່ວມພາຍໃນຮາກຖານດັ່ງກ່າວເຂົ້າຮ່ວມ 61 ສະຫາຍ,ຍິງ 27 ສະຫາຍ.
 
ຕໍ່ຈາກນັ້ນ, ສະຫາຍ ນາງ ແກ້ວວຽງໄຊ ຈັນສະໄໝ ຄະນະປະທານກຳມະບານຮາກຖານ ສະພາປະຊາຊົນແຂວງ ກໍ່ໄດ້ຜ່ານບົດລາຍງານການເມືອງ ທັງສອງພາກ ຕີລາຄາການເຄື່ອນໄຫວວຽກງານກຳມະບານຮອບດ້ານໃນຊຸມປີຜ່ານມາ(2018-2023) ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ 2024-2028 ;ກຳມະບານຮາກຖານຫ້ອງວ່າການແຂວງໄດ້ ເຄື່ອນໄຫວເຮັດໜ້າທີ່ຕາມສິດ ແລະ ພາລະບົດບາດ ຂອບເຂດຄວາມຮັບຜິດຊອບຕາມການມອບໝາຍຂອງຄະນະພັກຂັ້ນເທິງ ທັງສາຍຕັ້ງ ແລະ ສາຍຂວາງ ໄປຄຽງຄູ່ກັບການນຳເອົາຂໍ້ກຳນົດ,ກົດລະບຽບແລະແຈ້ງການຕ່າງໆ ມາຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານວິຊາສະເພາະຕົວຈິງ; ກອງປະຊຸມຍັງໄດ້ມອບໃບຊົມເຊີຍໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ໃນໄລຍະທີ່ຜ່ານມາ ຈຳນວນ 10ສະຫາຍ, ຍິງ 03 ສະຫາຍ, ມອບໃບຍ້ອງຍໍ ຈຳນວນ 61 ສະຫາຍ,ຍິງ 29 ສະຫາຍ ພິເສດແມ່ນຍັງໄດ້ມອບທຸງໄຊແຂ່ງຂັນ5ເປັນເຈົ້າ ແລະ ໃບຮັບຮອງເປັນກຳມະບານຮາກຖານ 5 ເປັນເຈົ້າຢ່າງສົມກຽດອີກດ້ວຍ.
ຈາກນັ້ນກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະຮາກຖານຊຸດໃໝ່ ມີຈຳນວນ 05 ສະຫາຍ,ເລືອກເອົາ 03 ສະຫາຍ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາສະຫາຍ ຈັນສະໝອນ ສອນພົງພັນ ເປັນປະທານກຳມະບານຮາກຖານສະພາປະຊາຊົນແຂວງຊຸດໃໝ່,ເລືອກເອົາສະຫາຍ ຂັນທອງ ຄົມທິລາດ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ເລືອກເອົາສະຫາຍ ນາງ ຍຸພາພອນ ເປັນກຳມະການ.
ພ້ອມນັ້ນຍັງໄດ້ຮັບຟັງການໂອ້ລົມໃຫ້ຄຳຄິດເຫັນຊີ້ນຳ ຈາກສະຫາຍປະທານ ໂດຍເນັ້ນໜັກໃນຫລາຍວຽກງານທີ່ຈະໄດ້ສືບຕໍ່ປະຕິບັດໃນຕໍ່ໜ້າ ພ້ອມດ້ວຍມີການເປີດແຜ່ນປ້າຍນາມມະຍົດ 5 ເປັນເຈົ້າຕື່ມອີກ.