ສພຊ) – ຕອນເຊົ້າວັນທີ 6 ທັນວາຜ່ານມາ, ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ເຊິ່ງທ່ານລາຍງານໃຫ້ເຫັນເຖິງບັນດາອຸປະສັກ ແລະ ສິ່ງທ້າທາຍຈຳນວນບໍ່ໜ້ອຍ ເປັນຕົ້ນກຳລັງແຮງງານລາວ ສ່ວນຫຼາຍແມ່ນດໍາລົງຊີວິດຢູ່ຊົນນະບົດ ເຮັດວຽກໃນຂົງເຂດກະສິກໍາ ທີ່ປະສິດທິພາບແຮງງານຍັງຕໍ່າ, ຈໍານວນໜຶ່ງ ໄດ້ເຂົ້າເຮັດວຽກໃນພາກທຸລະກິດ ຫຼື ໂຮງຈັກໂຮງງານ ແຕ່ທັດສະນະຄະຕິໃນການເຮັດວຽກຍັງບໍ່ສູງ ເປັນຕົ້ນແມ່ນວິໄນ ຫຼື ການນັບຖືລະບຽບໃນການເຮັດວຽກຍັງບໍ່ເຂັ້ມງວດ, ບໍ່ເຂັ້ມງານ; ກຳລັງແຮງງານຈໍານວນໜຶ່ງ ອອກໄປເຮັດວຽກຢູ່ປະເທດໃກ້ຄຽງແບບບໍ່ຖືກຕ້ອງຕາມກົດໝາຍ; ກຳລັງແຮງງານສ່ວນຫຼາຍ ຍັງບໍ່ໄດ້ຮັບການເຝິກອົບຮົມດ້ານວິຊາຊີບ, ສີມື ແລະ ຍົກລະດັບສີມືແຮງງານຢ່າງເປັນລະບົບ, ມີປະສົບການເຮັດວຽກຫຼາຍ ແຕ່ບໍ່ໄດ້ຮັບການທົດສອບ ແລະ ຢັ້ງຢືນລະດັບສີມືແຮງງານ ຫຼື ຄຸນວຸດທິທາງວິຊາຊີບ ຈຶ່ງເຮັດໃຫ້ເສຍໂອກາດໃນການໄດ້ຮັບຜົນຕອບແທນ ຫຼື ຄ່າແຮງງານທີ່ເໝາະສົມ; ການກຳນົດລະດັບເງິນເດືອນ ຫຼື ຄ່າແຮງງານຂອງຫົວໜ່ວຍແຮງງານ ຍັງບໍ່ໄດ້ອີງໃສ່ໜ້າວຽກ ຫຼື ຕຳແໜ່ງງານຕົວຈິງ ແລະ ຍັງບໍ່ໄດ້ອີງໃສ່ລະດັບສີມືແຮງງານໃນຕຳແໜ່ງງານນັ້ນໆເທົ່າທີ່ຄວນ; ຜູ້ໃຊ້ແຮງງານຍັງບໍ່ມີການສະໜອງແຜນຄວາມຕ້ອງການນຳໃຊ້ແຮງງານຕາມໜ້າວຽກ ແລະ ຄວາມຊຳນານງານຂອງແຮງງານ, ເຮັດໃຫ້ຂະແໜງການຄຸ້ມຄອງການພັດທະນາສີມືແຮງງານ ຂາດຂໍ້ມູນສຳລັບການກະກຽມ ແລະ ເຝິກສີມືແຮງງານສະໜອງໃຫ້; ການປະກອບສ່ວນເຂົ້າໃນການພັດທະນາສີມືແຮງງານຂອງຫົວໜ່ວຍແຮງງານ, ໂຄງການລົງທຶນຕ່າງໆ ລວມທັງການມີສ່ວນຮ່ວມຂອງທົ່ວສັງຄົມ ເຫັນວ່າຍັງບໍ່ທັນແຂງແຮງ; ການແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງວຽກງານການສ້າງ ແລະ ພັດທະນາສີມືແຮງງານ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ຍັງບໍ່ມີຄວາມຊັດເຈນ, ເຮັດວຽກຍັງແບບບໍ່ລວມສູນ ຂາດການປະສານງານກັນ ຫຼື ຕ່າງຝ່າຍຕ່າງປະຕິບັດ; ການລົງທຶນໃສ່ຂົງເຂດການພັດທະນາສີມືແຮງງານ ເຖິງວ່າໄດ້ເອົາໃຈໃສ່ ແຕ່ຖ້າທຽບໃສ່ຄວາມຕ້ອງການຕົວຈິງ ກໍຍັງເຫັນວ່າບໍ່ທັນສົມຄູ່ ເປັນຕົ້ນແມ່ນພື້ນຖານໂຄງລ່າງຍັງອ່ອນນ້ອຍ, ວັດຖຸອຸປະກອນ, ເຄື່ອງຈັກ, ເຄື່ອງມືຮັບໃຊ້ການເຝິກ ຍັງບໍ່ພຽງພໍ, ຂາດແຄນທັງປະລິມານ ແລະ ຄຸນນະພາບຂອງຄູພັດທະນາສີມືແຮງງານ ແລະ ຄູທົດສອບ.
ຄາດຄະເນຜົນໄດ້ຮັບຈາກການປັບປຸງກົດໝາຍສະບັບນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ໃຫ້ຮູ້ວ່າ: ຈະເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃນດ້ານການພັດທະນາສີມືແຮງງານ ມີເຄື່ອງມືທີ່ໜັກແໜ້ນຂຶ້ນຕື່ມ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການຕິດຕາມ, ກວດກາ ແລະ ຄຸ້ມຄອງວຽກງານການພັດທະນາສີມືແຮງງານຢ່າງເປັນລະບົບ, ມີຄວາມໂປ່ງໃສ ແລະ ຍຸຕິທຳ ໂດຍສະເພາະແມ່ນການກໍານົດບົດບາດ ແລະ ໜ້າທີ່ ຫຼື ຄວາມໝາຍຂອງວຽກງານການພັດທະນາສີມືແຮງງານ ແລະ ວຽກງານອາຊີວະສຶກສາ ໄດ້ແຈ້ງ ແລະ ຊັດເຈນຂຶ້ນ; ເຮັດໃຫ້ອົງການຈັດຕັ້ງລັດທຸກຂັ້ນ ລວມທັງອົງການປົກຄອງທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ້ຕ້ອງການມີວຽກເຮັດງານທຳ ເຂົ້າໃຈ ແລະ ເຂົ້າຮ່ວມໃນວຽກງານການພັດທະນາສີມືແຮງງານຢ່າງເປັນລະບົບ ແລະ ຫຼາຍຂຶ້ນ; ຊຸກຍູ້ສົ່ງເສີມການພັດທະນາກຳລັງແຮງງານ ຕອບສະໜອງໃຫ້ແກ່ຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ພ້ອມທັງປັບປຸງກົນໄກການປະສານງານຮ່ວມມືລະຫວ່າງຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນ; ເຮັດໃຫ້ຜູ້ປະກອບການ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມໝັ້ນໃຈ ແລະ ຫັນມາລົງທຶນໃນ ສປປລາວ ຫຼາຍຂຶ້ນ ເຊິ່ງຈະເປັນການດຶງດູດການລົງທຶນ; ຮັບປະກັນການນຳໃຊ້ແຮງງານທີ່ມີຄຸນນະພາບ, ມີຄວາມປອດໄພເປັນມິດກັບສິ່ງແວດລ້ອມ ແລະ ມີຜົນຜະລິດທີ່ມີລັກສະນະແຂ່ງຂັນໄດ້ກັບສາກົນ; ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມປະສິດທິພາບຂອງການຜະລິດ, ມີວຽກເຮັດງານທຳ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນຕໍ່ກັບລະບົບການພັດທະ ນາສີມືແຮງງານ, ການປົກປ້ອງ ແລະ ສົ່ງເສີມສິດ ແລະ ຜົນປະໂຫຍດຂອງແຮງງານລາວ; ມີນິຕິກໍາທີ່ເປັນບ່ອນອີງໃນການທົດສອບ, ຢັ້ງຢືນສີມືແຮງງານຕາມລະດັບຕ່າງໆ ທັງເປັນບ່ອນອີງໃຫ້ແກ່ການກຳນົດເງິນເດືອນ, ຄ່າແຮງງານຂອງແຮງງານລາວ, ແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ ສປປລາວ ຢ່າງສະເໝີພາບຕາມລະດັບສີມືແຮງງານ.