ກຳນົດວັນທີ 4 ສິງຫາ ເປັນວັນສ້າງຕັ້ງສະພາປະຊາຊົນຂັ້ນແຂວງ

ສ.ຫ. 6, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 5 ສິງຫານີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ຜູ້ຊີ້ນຳວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກຳຂອງ ສພຊ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳທີ່ສຳຄັນຂອງຄະນະປະຈຳສະພາແຫ່ງຊາດ ຄື: 1) ມະຕິສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາຂອງກົດໝາຍໃສ່ເອກະສານທາງລັດຖະການ; 2) ມະຕິສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ; 3) ມະຕິສະບັບເລກທີ 204/ຄປຈ, ລົງວັນທີ 30 ກໍລະ ກົດ 2025 ກ່ຽວກັບການກຳນົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ການກຳນົດການຈັດຊຸດສະພາປະຊາຊົນຂັ້ນແຂວງ ແລະ 4) ຄຳແນະນຳສະບັບເລກທີ 16/ຄປຈ, ລົງວັນທີ 11 ກໍລະກົດ 2025 ກ່ຽວກັບການປະຖາກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ການໂຄສະນາເຜີຍແຜ່ລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2025 ເຊິ່ງທ່ານໃຫ້ຮູ້ວ່າ:
ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບສູງໃນການຂຽນບ່ອນອີງຂອງທຸກເອກະສານທາງລັດຖະການ ໃຫ້ຂຽນມາດຕາຂອງກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນຊື່ກົດໝາຍຕາມຫຼັງ, ບໍ່ຈຳເປັນຂຽນພາກ ແລະ ໝວດ ທັງສະເໜີໃຫ້ລັດຖະບານ ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ປັບປຸງຄຳແນະນຳສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021 ຂອງກະຊວງພາຍໃນເກົ່າ ໃຫ້ສອດຄ່ອງຕາມມະຕິສະບັບເລກທີ 197/ຄປຈ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ເຫັນດີໃຫ້ປ່ຽນສີເຄື່ອງໝາຍຊາດ ຈາກສີຄຳເປັນສີຕາມທີ່ໄດ້ກຳນົດໄວ້ໃນມາດຕາ 114 ຂອງລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2025 ທັງເຫັນດີໃຫ້ປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດອອກໜ້ອຍໜຶ່ງ ເພື່ອບໍ່ໃຫ້ບັງຮູບທາດຫຼວງ, ພ້ອມນັ້ນ ຍັງເຫັນດີກຳນົດເອົາວັນທີ 4 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ຫຼື ສະພາປະຊາຊົນຂັ້ນແຂວງ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຍັງໄດ້ແນະນຳກ່ຽວກັບການປາຖະກະຖາກ່ຽວກັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ໂດຍໃຫ້ດຳເນີນໄປຕິດພັນກັບການໂຄສະນາເຜີຍແຜ່ຜົນການປັບປຸງເນື້ອໃນລັດຖະທຳມະນູນສະບັບປີ 2025 ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ກຳມະກອນ, ກະສິກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດທີ່ມາລົງທຶນຢູ່ ສປປລາວ, ປະຊາຊົນລາວບັນດາເຜົ່າ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ກໍຄືພີ່ນ້ອງຊາວລາວຢູ່ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງກັນ ເພື່ອພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວຂຶ້ນສູ່ຄວາມວັດທະນະຖາວອນ ເຊິ່ງມີເນື້ອໃນສຳຄັນຂອງຄຳແນະນຳຄື: 1) ຄວາມສຳຄັນຂອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ໃນນີ້, ໃຫ້ເຂົ້າໃຈຢ່າງຖືກຕ້ອງຕໍ່ຄວາມໝາຍຂອງວັນລັດຖະທຳມະນູນແຫ່ງຊາດ ເຊິ່ງແມ່ນການກຳນົດເອົາວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປລາວ ສະບັບທຳອິດ ໃນວັນທີ 15 ສິງຫາ 1991 ເປັນວັນລັດຖະທຳມະນູນແຫ່ງຊາດ ເພື່ອໃຫ້ພົນລະເມືອງໝົດທຸກຄົນ ແລະ ທຸກອົງການຈັດຕັ້ງຢູ່ ສປປລາວ ເຫັນໄດ້ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການຈັດຕັ້ງປະຕິບັດລັດຖະທຳມະນູນຕະຫຼອດໄລຍະ 34 ປີທີ່ຜ່ານມາ ແລະ ທິດທາງເພື່ອແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ໃນຕໍ່ໜ້າ ທັງສ້າງເຂົ້າໃຈຖືກຕ້ອງຕໍ່ເນື້ອໃນລັດຖະທຳມະນູນສະບັບປີ 2025 ເພື່ອພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ເປັນຕົ້ນການປະຕິບັດສິດ ແລະ ພັນທະຂອງພົນລະເມືອງໃຫ້ໄດ້ຢ່າງຄົບຖ້ວນ.