…………………………………………………………………………………
(ສພຊ) – ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ແຈ້ງໃຫ້ບັນດາທ່ານພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄປເຮັດບັດປະຈຳຕົວດິຈິຕອນ ຢູ່ຕາມຈຸດບໍລິການຄື: ຂັ້ນສູນກາງ ຢູ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖາກ; ຂັ້ນທ້ອງຖິ່ນ ຢູ່ກອງບັນຊາການ ປກສ ນະຄອນຫຼວງ, ແຂວງ ແລະ ເມືອງ-ນະຄອນ ບ່ອນທີ່ຕົນເອງໄດ້ຈົດທະບຽນສຳມະໂນຄົວ ນັບຕັ້ງແຕ່ວັນທີ 17 ທັນວາເປັນຕົ້ນໄປ. ປັດຈຸບັນ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ກະກຽມຄວາມພ້ອມຮອບດ້ານເພື່ອເປີດບໍລິການໃນຂອບທົ່ວປະເທດ ໂດຍໄດ້ສົ່ງກຳລັງໄປຊ່ວຍເຫຼືອບັນດາ ປກສ ຂັ້ນແຂວງ, ຂັ້ນເມືອງ-ນະຄອນ ໃນການຈັດຕັ້ງປະຕິບັດວຽກງານນີ້ ເພື່ອເກັບກຳຂໍ້ມູນສຳມະໂນຄົວ ແລະ ອອກບັດປະຈຳຕົວດິຈິຕອນ ເລີ່ມແຕ່ວັນທີ 17 ທັນວາເປັນຕົ້ນໄປ.
ການປະກອບເອກະສານຂໍອອກບັດປະຈໍາຕົວຂອງພົນລະເມືອງ ແມ່ນກະກຽມຄື: ປຶ້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ), ອັດສຳເນົາພັດສະປອດ (ຖ້າມີ) ເພື່ອເປັນເອກະສານຢັ້ງຢືນຕົວຕົນ; ການນຸ່ງຖື ແມ່ນນຸ່ງເສື້ອສຸພາບມີຄໍ (ຍົກເວັ້ນເສື້ອສີຂາວ) ເພາະຈະເຮັດໃຫ້ຮູບຖ່າຍເຂົ້າໃນບັດປະຈຳຕົວບໍ່ງາມ.
ເພຈຄວາມສະຫງົບ Lao Security News
