ດັ້ນກີບເມກ
ຜູ້ຂຽນເຂົ້າໃຈວ່າ ລາຍຄົນອາດຍອມຮັບເປັນສຽງດຽວກັນ ວ່າການຫາເງິນຫາຊັບເພື່ອລ້ຽງຊີບທຸກມື້ນີ້ຝືດເຄືອງຫຍຸ້ງຍາກ ຫຼື ບາງຄົນຫາຊັບໄດ້ ແຕ່ມີບັນຫາຂອດການໃຊ້ຈ່າຍບໍ່ເປັນ ຈຶ່ງພາໃຫ້ເກີດບັນຫາຕາມມາ ດັ່ງນັ້ນການໃຊ້ຈ່າຍຊັບສິນເງິນຄຳ ກໍເປັນສິ່ງສຳຄັນເທົ່າກັບການຫາ ເພາະບົດຮຽນໃນອະດີດໄດ້ສອນໃຫ້ເຮົາໄດ້ເຫັນແລ້ວວ່າ ເຖິງຈະມີເງິນມະຫາສານ ຖ້າຈ່າຍບໍ່ເປັນກໍມີມື້ໝົດໂຕໄດ້.
ຜູ້ຂຽນຢາກນຳສະເໜີວິທີໃຊ້ຈ່າຍຊັບ ທາງພຸດທະສາສະໜາທີ່ພະພຸດທະເຈົ້າ ໄດ້ສອນໄວ້ເລື່ອງ ໂພຄະວິພາກ (ການໃຊ້ຈ່າຍຊັບ) ໄດ້ແບ່ງຂັ້ນຕອນໄວ້ 5 ຫຼັກການຄື: (1) ເມື່ອຫາຊັບມາໄດ້ ຕ້ອງຮູ້ຈັກໃຊ້ຈ່າຍຊັບລ້ຽງຕົວເອງ-ພໍ່ແມ່ຄອບຄົວໃຫ້ມີຄວາມສຸກ (2) ໃຊ້ຈ່າຍຊັບບໍາລຸງລ້ຽງຍາດມິດສະຫາຍ, ຜູ້ຮ່ວມວຽກຕາມຄວາມເໝາະສົມ (3) ໃຊ້ຈ່າຍຊັບເພື່ອປ້ອງກັນໄພອັນຕະລາຍຕ່າງໆ ທີ່ຈະເກີດຂຶ້ນກັບຊີວິດ (4) ຮູ້ຈັກໃຊ້ຈ່າຍຊັບເພື່ອສົງເຄາະສັງຄົມ-ຄົນອ້ອມຂ້າງເຊັ່ນ: ຈ່າຍບຳລຸງສົງເຄາະຍາດພີ່ນ້ອງຕ້ອນຮັບແຂກ; ຈ່າຍພາສີ; ຈ່າຍເຮັດບຸນອຸທິດແກ່ ບັນພະຊົນ; ຈ່າຍຄໍ້າຊູສາສະໜາ.
ພວກເຮົາສັງເກດໄດ້ວ່າ ການແນະນຳໃຊ້ຈ່າຍຊັບ ເພື່ອມຸ່ງປະໂຫຍດຕົນ ແລະ ສັງຄົມບໍ່ໃຫ້ຝືດເຄືອງ. ດັ່ງນັ້ນ ການຮູ້ຈັກໃຊ້ຈ່າຍໃຫ້ເກີດປະໂຫຍດ ຈຶ່ງສຳຄັນເທົ່າກັບການຫາຊັບ, ພຸດທະສາສະໜາຍັງສອນໄວ້ລະອຽດວ່າ ການໃຊ້ຊີວິດ-ສ້າງຊັບໃຫ້ເກີດຂຶ້ນ ຕ້ອງປະກອບດ້ວຍ 4 ຫຼັກການດັ່ງນີ້:
(1) ຜູ້ຈະຫາຊັບສົມບັດໄດ້ ຕ້ອງເປັນຜູ້ດຸໝັ່ນພາກພຽນ ຮູ້ຈັກໃຊ້ປັນຍາ ພິຈາລະນາ ທາງໄດ້-ທາງເສຍ (2) ເມື່ອຫາຊັບມາໄດ້ ຕ້ອງຮູ້ຈັກຮັກສາ-ໃຊ້ຈ່າຍໃຫ້ຖືກວິທີ (3) ຮູ້ຈັກຄົບມິດໝູ່ເພື່ອນ ເຊິ່ງຈະຊ່ວຍໃຫ້ຊີວິດຈະເລີນກ້າວໜ້າ (4) ຮູ້ຈັກໃຊ້ຈ່າຍຊັບໃຫ້ເກີດຄວາມສົມດູນ-ດຳເນີນຊີວິດບໍ່ຟຸມເຟືອຍ-ບໍ່ຝືດເຄືອງ.
ສັງລວມໄດ້ວ່າ: ການຫາຊັບມີຄວາມສຳຄັນພໍໆກັນກັບການໃຊ້ຈ່າຍຊັບ; ສຳຄັນເຮົາຕ້ອງມີສະຕິປັນຍາ ດຳເນີນຊີວິດໃຫ້ກ້າວໜ້າ-ຕັ້ງຢູ່ໃນສິນທຳ-ຄວາມດີ, ເລືອກອາຊີບສຸດຈະລິດ, ເວົ້າໃຫ້ສັ້ນຄື ເມື່ອຮູ້ຈັກຫາກໍຕ້ອງຮູ້ຈັກໃຊ້ໃຫ້ເປັນ.