loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການລົງຕິດຕາມກວດກາ ທີ່ເມືອງຍອດອູ, ແຂວງຜົ້ງສາລີ

ມ.ສ. 3, 2023 | ເຂດ 2 ຜົ້ງສາລີ

ລະຫວ່າງວັນທີ 30-31 ມີນາ 2023 ທ່ານ ສົມຈິດ ຫັບລະກອນ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ພ້ອມຄະນະ ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິຂອງສະພາແຫ່ງຊາດ ແລະ ມະຕິຂອງສະພາປະຊາຊົນແຂວງ,  ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລົງທຶນ ຂອງລັດ ທີ່ເມືອງຍອດອູ, ແຂວງຜົ້ງສາລີ.

ການລົງເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນກ່ຽວຂ້ອງເມືອງຍອດອູ, ແຂວງຜົ້ງສາລີ ໂດຍການເປັນປະທານ ຂອງທ່ານ ສົມຈິດ ຫັບລະກອນ; ມີ ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເມືອງ; ບັນດາສະຫາຍຄະນະບໍລິຫານງານພັກເມືອງ, ບັນດາທ່ານສະມາຊິກອົງການປົກຄອງເມືອງ, ໄອຍະການ, ປກຊ, ປກສ  ແລະ ລັດວິສາຫະກິດ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທີ່ກອງປະຊຸມໄດ້ຮັບຟັງການລາຍງານຈາກອົງການປົກຄອງເມືອງ ກ່ຽວກັບ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ; ໂຄງການລົງທຶນຂອງລັດທີ່ມອບໃຫ້ເມືອງຄຸ້ມຄອງ ປະຈຳປີ 2022 ແລະ ການກໍານົດແຜນການປະຈຳປີ 2023; ການແບ່ງຂັ້ນຄຸ້ມຄອງໂຄງການປະເພດ V; ຂັ້ນຕອນອະນຸຍາດໃຫ້ນັກລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດໃນການເຊົ່າ-ສຳປະທານດິນລັດ; ການຈັດຕັ້ງປະຕິບັດການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ; ການຈັດຕັ້ງປະຕິບັດບັນດາຄາດໝາຍ ເປັນຕົ້ນ: ຂົງເຂດສຶກສາທິການ ແລະ ກິລາ, ຂົງເຂດສາທາລະນະສຸກ; ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ, ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂົງເຂດບັນດາເຜົ່າ, ສາສະໜາ; ການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕໍາຫຼວດ; ການດໍາເນີນຄະດີຢູ່ສານ; ການພິຈາລະນາຄໍາຕັດສິນຂອງສານປະຊາຊົນ; ການຄຸ້ມຄອງ, ການນໍາພາ-ຊີ້ນໍາ ແລະ ການບັນຊາກໍາລັງກອງຫຼອນ-ກໍາລັງປ້ອງກັນຕົວ; ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ 2; ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ; ຮັບຟັງການລາຍຈາກຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ ໃນໄລຍະ 1 ປີຜ່ານມາ ໃນການປະຕິບັດພາລະບົດບາດຂອງສະມາຊິກສະພາປະຊາຊົນແຂວງ ກໍ່ຄືການເປັນຕົວແທນຂອງປະຊາຊົນບັນດາເຜົ່າ. ຈາກນັ້ນ, ຍັງໄດ້ຮັບຟັງການລາຍງານເພີ່ມຕື່ມຕາມຄໍາເຈາະຈິ້ມຂອງປະທານກອງປະຊຸມ ແລະ ທີມງານ ທີ່ເຫັນວ່າຍັງບໍ່ທັນພາລະວິໄສ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ.

ທັງນີ້ ກໍ່ເພື່ອເປັນການຊຸກຍຸ້ໃຫ້ອົງການບໍລິຫານທຸກຂັ້ນ ປະກອບສ່ວນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ; ປະກອບສ່ວນເຂົ້າໃນການເຄົາລົບລັດຖະທໍາມະນູນ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ, ມະຕິກອງປະຊຸມຂອງສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ. ແນ່ໃສ່ເຮັດໃຫ້ການຄຸມຄ້ອງລັດ, ຄຸ້ມຄອງສັງຄົມຢູ່ແຂວງຜົ້ງສາລີ ມີຄວາມເຂັ້ມແຂງ ແລະ ເພື່ອເປັນຂໍ້ມູນໃຫ້ແກ່ການປະກອບຄຳເຫັນ ຂອງຄະນະປະຈຳສະພາປະຊາຊົນແຂວງ ໃນການກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II

ໂອກາດດຽວກັນນີ້ ທາງຄະນະທິມງານຍັງໄດ້ນໍາເອົາ ໂທລະໂຄ່ງ ມາມອບໃຫ້ອົງການປົກຄອງບ້ານບໍ່ໃຕ້, ບ້ານພູເໜືອສານ, ເມືອງຍອດອູ ຈໍານວນ 2 ຊຸດ ມູນຄ່າລວມທັງໝົດ 5 ລ້ານກວ່າກີບ.

ພາຍຫຼັງສໍາເລັດປະຊຸມກັບພາກສ່ວນກ່ຽວຂ້ອງ ທ່ານ ສົມຈິດ ຫັບລະກອນ ພ້ອມຄະນະ ແລະ ພາກກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ແລະ ເກັບຂໍ້ມູນເພີ່ມຕື່ມຢູ່ພາກສະໜາມ ຄື: ໂຄງການຂຸດຄົ້ນ ແລະ ປຸງແຕ່ງຖ່ານຫີນ ເຂດແມງກວາພົງ ເມືອງຍອດອູ (ເຂດ 2) ແລະ ໂຄງການສໍາຫຼວດສໍາຫຼວດ ຊອກຄົ້ນຖ່ານຫີນ ເຂດແສວລີສູ່ ເມືອງຍອດອູ ແຂວງຜົ້ງສາລີ.

ພາບ-ຂ່າວ: ນັກຂ່າວສະພາປະຊາຊົນແຂວງຜົ້ງສາລີ