ການລົງຕິດກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຢູ່ແຂວງຫຼວງພະບາງ

ສ.ຫ. 12, 2025

ໃນລະຫວ່າງ ວັນທີ 7-9 ສິງຫາ 2025, ທ່ານ ປອ ລີເບີ ລີບົວປາວ, ກໍາມະການສູນກາງພັກ, ປະທານກໍາມາທິການ ແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແຜນການ ປະຈໍາປີ 2025 ຂອງກໍາມາທິການ, ແຜນການ, ການເງິນ ແລະ ການກວດສອບ ຢູ່ແຂວງຫຼວງພະບາງ.

ຈຸດປະສົງ ຂອງການລົງເຮັດວຽກໃນຄັ້ງນີ້ ແມ່ນເພື່ອຕິດກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປະຈໍາປີ 2024, ການຈັດເກັບລາຍຮັບການສົ່ງອອກແຮ່ທາດ, ການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບ ມະຕິ ຂອງສະພາແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແລະ ເພື່ອເປັນການເກັບກໍາຂໍ້ມູນ, ພ້ອມທັງຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນໄດ້ຮັບ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າໃຫ້ກັບຄະນະປະຈໍາສະພາແຫ່ງຊາດ

ໃນການພິຈາລະນາຮັບຮອງເອົາ ຂົງເຂດວຽກງານດັ່ງກ່າວ ຢູ່ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X. ເຊິ່ງຕາງໜ້າ ຈາກສະພາປະຊາຊົນແຂວງ ໃນການເຮັດວຽກຮ່ວມກັບທີມງານສະພາແຫ່ງຊາດ ໃນຄັ້ງນີ້ ໂດຍ ທ່ານ ສົມພອນ ສີອຸດົມພັນ ກໍາມະການພັກແຂວງ, ຮອງປະທານ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ມີທ່ານ ສົມມາລີ ຄໍາເກັ່ງ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານ ຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ພ້ອມດ້ວຍຄະນະ, ຕາງໜ້າຈາກອົງການປົກຄອງແຂວງ ໂດຍທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ ແລະ ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງໃນຂົງເຂດເສດຖະກິດ ເຂົ້າຮ່ວມ, ເຊິ່ງການລົງເຄື່ອນໄຫວວຽກງານ ຂອງທ່ານໃນຄັ້ງນີ້ ຍັງໄດ້ຮັບຟັງການລາຍງານ ຈາກອົງການປົກຄອງແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການຈັດຕັ້ງແຜນງົບປະມານ-ການເງິນ ແລະ ພ້ອມດຽວກັນນັ້ນ ກໍ່ໄດ້ມີການສົນທະນາແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ, ນອກຈາກການຮັບຟັງການລາຍງານຢູ່ທີ່ປະຊຸມແລ້ວ ຄະນະທີມງານຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຍັງໄດ້ລົງຕິດຕາມກວດກາ ການຈັດຕັ້ງຈັດປະຕິບັດຄວາມຄືບໜ້າ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງ ຈຸດຫຼວງພະບາງ ແລະ ລົງຕິດຕາມກວດກາ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ຂອງບໍລິສັດ ທຽນຈີນຫົວຄານຕື່ມອີກ.