ການພິຈາລະນາການ​ປະ​ຕິ​ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

​ພ.ຈ. 17, 2025

(ສພຊ) – ຕອນບ່າຍວັນສຸກທີ 14 ພະຈິກຜ່ານມາ, ທ່ານ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບການ​ຈັດ​ຕັ້ງ​ປະ​ຕິ​ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ປີ 2021-2025 ເຊິ່ງໄດ້ຮັບການປະກອບຄຳຄິດຄຳເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ຢ່າງມີຈຸດສຸມ, ກົງໄປກົງມາ, ສາມາດສັງລວມເນື້ອໃນໄດ້ດັ່ງນີ້:
ຕໍ່ກັບຜົນສໍາເລັດ: ສສຊ ສະ​ແດງ​ຄວາມຊົມເຊີຍ ແລະ ເຫັນດີໂດຍພື້ນຖານຕໍ່ບົດລາຍງານຂອງລັດຖະບານ ເຊິ່ງສະແດງໃຫ້ເຫັນຄວາມຕັ້ງໜ້າພະຍາຍາມຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີຜ່ານມາ (2021-2025) ເຖິງແມ່ນວ່າສະພາບສາກົນ, ພາກພື້ນ ແລະ ພາຍໃນປະເທດ ຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ນັບທັງຜົນ​ກະທົບ​ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບັນດາກົນອຸບາຍ, ເລ່ຫຼ່ຽມການຄ້າຂາຍຢາເສບຕິດ ທີ່ມີລັກສະນະເລິກແລບ, ແນບນຽນ ແລະ ຮຸນແຮງຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນຄວາມຕັດສິນໃຈຂອງລັດຖະບານ ​ແລະ ການ​ຮ່ວມ​ມືຂອງ​ສັງຄົມ, ເຫັນວ່າ 6 ແຜນວຽກຈຸດສຸມຂອງວາລະແຫ່ງຊາດທີ່ໄດ້ກຳນົດໄວ້ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດໃນລະດັບດີພໍສົມຄວນ ອັນພົ້ນເດັ່ນແມ່ນໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດ ມີສະຕິສູງຕໍ່ການເຄົາລົບກົດໝາຍ, ເພີ່ມຄວາມຮັບຮູ້ຕໍ່ຜົນຮ້າຍຂອງຢາເສບຕິດ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຢາເສບຕິດຢ່າງກວ້າງຂວາງ; ກົດໝາຍ ແລະ ບັນດານິຕິກຳ ຮັບໃຊ້ການເຄື່ອນໄຫວວຽກງານ ໄດ້ຮັບການສ້າງ ແລະ ປັບປຸງຢ່າງເປັນລະບົບ; ຄະນະພັກ-ຄະນະນໍາ, ອົງການປົກຄອງແຕ່ລະຂັ້ນ ແລະ ທຸກພາກສ່ວນທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ເພີ່ມຄວາມຮັບຜິດຊອບຂອງຕົນສູງຂຶ້ນ; ບັນດາປະເທດເພື່ອນມິດ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ; ຜູ້ຕິດຢາເສບຕິດ (ຜູ້ຖືກເຄາະຮ້າຍ) ຈໍານວນຫຼາຍ ໄດ້ຮັບການນໍາໄປບໍາບັດ, ປິ່ນປົວກັບຄືນເປັນພົນລະເມືອງດີຂອງສັງຄົມ; ເຈົ້າໜ້າທີ່ສາມາດແກ້ໄຂຄະດີຢາເສບຕິດໄດ້ເຖິງ 21,003 ເລື່ອງ, ຈັບ​ຜູ້​ຖືກ​ຫາ​ໄດ້ 31,289 ຄົນ/ຍິງ 3,254 ຄົນ ໃນນັ້ນ: ຄົນຕ່າງ​ປະ​ເທດ 938 ຄົນ/ຍິງ 85 ຄົນ, ຢຶດວັດຖຸເຄື່ອງຂອງກາງຄະດີເປັນຢາເສບຕິດປະເພດຕ່າງໆ, ວັດຖຸອຸປະກອນ ແລະ ພາຫະນະ ໄດ້ເປັນຈໍານວນຫຼາຍ, ໄດ້ທຳລາຍແຫຼ່ງປູກ, ແຫຼ່ງຜະລິດ, ແຫຼ່ງຊຸກເຊື່ອງຢາເສບຕິດ ແລະ ຄວບຄຸມ, ສະກັດກັ້ນການຊົມໃຊ້ພືດທີ່ມີສານເສບຕິດເຊັ່ນ: ໃບ-ນໍ້າກະທ້ອມ; ສານລະເຫີຍເສບຕິດ: ປຸ້ມເປົ້າອັດແກັດ (ສານໄນຕັດອັອກໄຊ), ຢາສູບໄຟຟ້າ-ຊີຊ່າ (ບາລາກູ); ສານເສບຕິດຊະນິດໃໝ່ເຊັ່ນ: ຄາລໍເຈັນປະສົມສິ່ງເສບຕິດ, ກາເຟເຕັ້ນ ໄດ້ຫຼາຍສົມຄວນ; ສິ່ງທີ່ສຳຄັນແມ່ນສາມາດແກ້ໄຂໜໍ່​ແໜ່ງ​ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ທີ່ມີຜົນພວງມາຈາກຢາເສບຕິດ ໄດ້ໂດຍພື້ນຖານ, ສ້າງສະພາບແວດລ້ອມ, ເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຢ່າງຕໍ່ເນື່ອງ.
ຄຽງຄູ່ຜົນສຳເລັດນັ້ນ ​ຍັງ​ເຫັນວ່າມີ​ດ້ານອ່ອນ-ຄົງຄ້າງ ເປັນຕົ້ນ: ຄະນະພັກ-ອົງການປົກຄອງຫຼາຍບ່ອນ ຍັງບໍ່ທັນກໍາແໜ້ນມະຕິ, ຄໍາສັ່ງ ຂອງກົມການເມືອງສູນກາງພັກ ກໍຄືເນື້ອໃນຈິດໃຈສໍາຄັນທີ່ເປັນພື້ນຖານຂອງວາລະແຫ່ງຊາດ, ຈຶ່ງເຮັດໃຫ້ການນຳພາ-ຊີ້ນຳການຈັດຕັ້ງປະຕິບັດບໍ່ທັນຕັ້ງໜ້າ, ຍັງຖືເປັນວຽກງານປົກກະຕິ ແລະ ຜົນສຳເລັດບໍ່ທັນສູງ; ການເຂົ້າຮ່ວມຂອງມະຫາຊົນ ຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ, ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ, ຊຸມຊົນ ໃນການຕ້ານຢາເສບຕິດ ໂດຍສະເພາະໃນກຸ່ມຍິງໜຸ່ມ-ຊາຍໜຸ່ມ ຍັງບໍ່ທັນແຂງແຮງ; ​ການ​ສ້າງ​ບ້ານ, ໂຮງ​ຮຽ​ນ, ສະ​ຖານ​ທີ່​ປອດ​ຢາ​ເສບ​ຕິດ ຍັງບໍ່ທັນ​ບັນ​ລຸ​ຕາມ​ຄາດໝາຍ; ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເຖິງຈະໄດ້ຮັບການປັບປຸງຫຼາຍສົມຄວນ ແຕ່ການໂຄສະນາເຜີຍແຜ່ບໍ່ທັນກວ້າງຂວາງ; ການປະກອບວັດຖຸອຸປະກອນ, ພາຫະນະເຕັກນິກ, ງົບປະມານຮັບໃຊ້ວາລະແຫ່ງຊາດ ຍັງພົບຄວາມຫຍຸ້ງຍາກ; ສູນບໍາບັດ, ປິ່ນປົວ ບໍ່ທັນໄດ້ມາດຕະຖານ; ການແກ້ໄຂເປົ້າໝາຍ ຍັງເຮັດບໍ່ທັນໄດ້ດີ, ແກ້ໄຂໄດ້ແຕ່ເປົ້າໝາຍຂົນສົ່ງ, ເປົ້າໝາຍຊື້-ຂາຍລາຍຍ່ອຍ, ລາຍກາງ, ສ່ວນເປົ້າໝາຍລາຍໃຫຍ່ຫົວໂປ່ໂຕການ ໄດ້ໜ້ອຍ; ການດໍາເນີນຄະດີຍັງຊັກຊ້າ.
ທິດ​ທາງໃນຕໍ່ໜ້າ: ສສຊ ເຫັນດີຕາມທິດທາງແຜນການວຽກງານຈຸດສຸມໃນທ້າຍປີ 2025 ແລະ ແຜນງານແຕ່ປີ 2026-2030 ໃນການສືບຕໍ່ແກ້ໄຂບັນຫາຢາເສບຕິດ, ແຕ່ສະເໜີລັດຖະບານ ຄົ້ນຄວ້າຕື່ມ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດບາງວຽກງານດັ່ງນີ້:
1. ສືບຕໍ່ເຮັດວຽກງານໂຄສະນາສຶກສາອົບຮົມ, ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍຢາເສບຕິດ ແລະ ເຜີຍແຜ່ລະບຽບກົດໝາຍ, ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ທົ່ວສັງຄົມຢ່າງແຂງແຮງ ດ້ວຍຫຼາຍຮູບການ, ວິທີການ ໂດຍເນັ້ນ​ໃສ່ການຈັດຕັ້ງຮາກຖານບ້ານ, ສໍານັກງານ-ອົງການ, ກົມກອງ, ໂຮງຮຽນ, ຫົວໜ່ວຍທຸລະກິດ ແລະ ສະຖາບັນຄອບຄົວ ເປັນເຈົ້າການດໍາເນີນການແກ້ໄຂຢ່າງຈິງຈັງ.
2. ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ກ່ຽວພັນເຖິງການສະກັດກັ້ນ, ປາບປາມຢາເສບຕິດ ໃຫ້ຄົບຖ້ວນ, ຮັດກຸມຕື່ມ ໂດຍສະເພາະແມ່ນນິຕິກໍາວ່າດ້ວຍການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ມີຄວາມເຂັ້ມງວດເດັດຂາດແທ້ ເພື່ອບໍ່ໃຫ້ເປັນຊ່ອງວ່າງ ເຊິ່ງຈະເປັນຜົນກະທົບເຖິງຄວາມສັກສິດຂອງກົດໝາຍ.
3. ການປັບປຸງກົງຈັກການຈັດຕັ້ງຂອງເຈົ້າໜ້າທີ່ແກ້ໄຂບັນຫາຢາເສບຕິດຂັ້ນເມືອງ, ຂັ້ນຕາແສງ ແລະ ຂັ້ນບ້ານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ; ປັບປຸງຍົກລະດັບເຈົ້າໜ້າທີ່ສືບສວນ-ສອບສວນ, ສານ, ໄອຍະການ ໃຫ້ດໍາເນີນຄະຄີໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ.
4. ປະຕິບັດຢ່າງເຂັ້ມງວດຕາມ 3 ຫຼັກການ: ເດັດຂາດ, ໂປ່ງໃສ ແລະ ຫັນເປັນມືອາຊີບ ຂອງເຈົ້າໜ້າທີ່ ໃນການແກ້ໄຂບັນຫາຢາເສບຕິດ ​ໃຫ້​ມີປະສິດທິພາບ, ປະສິດທິຜົນສູງ, ໂປ່ງໃສ ແລະ ເປີດເຜີຍຕໍ່ສັງຄົມ.
5. ສືບຕໍ່ແກ້ໄຂບັນຫາຄວາມແອອັດຂອງສະຖານທີ່ຄຸມຂັງ, ສູນບໍາບັດ, ປິ່ນປົວ; ປະກອບວັດຖຸອຸປະກອນ, ຢາປິ່ນປົວທີ່ຈຳເປັນ; ຈັດຕັ້ງເຝິກອົບຮົມວິຊາຊີບ, ປະກອບວຽກເຮັດງານທຳ ໃຫ້ນັກໂທດ, ຜູ້ຖືກຕ້ອງຫາ ໃຫ້ໄດ້ອອກແຮງງານສ້າງລາຍຮັບ, ຍົກສູງຊີວິດການເປັນຢູ່ ແລະ ໄດ້ຮັບການປິ່ນປົວໃນເວລາເຈັບເປັນ.
6. ເພີ່ມທະວີການພົວພັນຮ່ວມມືສາກົນ ແລະ ພາກພື້ນ ໃນການແກ້ໄຂຢາເສບຕິດ ໂດຍສະເພາະບັນດາປະເທດທີ່ຊາຍແດນຕິດຈອດ ສປປລາວ ຫຼື ປະເທດຄູ່ເຈລະຈາ, ຄູ່ຮ່ວມມື ຕາມກົນໄກທີ່ມີຢ່າງແຂງແຮງ ແລະ ເປັນເຈົ້າການ.