(ສພຊ) – ຕອນບ່າຍວັນເສົາທີ 24 ພຶດສະພາຜ່ານມາ ທີ່ສະຖານທູດ ສສ.ຫວຽດນາມ ປະຈຳ ສປປລາວ, ສະຫາຍ ພົທ. ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ) ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ວາງພວງມາລາ ແລະ ຂຽນຄຳໄຫວ້ອາໄລ ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ການເສຍຊີວິດຂອງສະຫາຍ ເຈີ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 20 ພຶດສະພາ 2025 ເຊິ່ງເນື້ອໃນໄຫວ້ອາໄລຂຽນວ່າ:

ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນກັບມາຂອງສະຫາຍ ເຈີ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ.ຫວຽດນາມ, ຜູ້ນຳທີ່ດີເດັ່ນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ, ທັງເປັນເພື່ອນສະຫາຍທີ່ໃກ້ຊິດສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນລາວ.

ສະພາແຫ່ງຊາດພວກເຮົາ ຂໍສັນລະເສີນ ແລະ ຈົດຈໍາຜົນງານ, ຄຸນງາມຄວາມດີຂອງສະຫາຍ ເຈີ່ນ ດຶກ ເລືອງ ທີ່ໄດ້ປະກອບສ່ວນສຳຄັນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຕະຫຼອດມາ.
ໃນທ່າມກາງຄວາມໂສກເສົ້າເສຍດາຍນີ້, ສະພາແຫ່ງຊາດພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ຂໍແບ່ງເບົາຄວາມທຸກໂສກນໍາຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ພ້ອມດ້ວຍຄອບຄົວສະຫາຍ ເຈີ່ນ ດຶກ ເລືອງ ມານະໂອກາດນີ້ດ້ວຍ.