ການນຳແຂວງຊຽງຂວາງ ແລະ ສະພາປະຊາຊົນແຂວງມອບເຄື່ອງຊ່ວຍເຫຼືອໃຫ້ບ້ານນ້ຳຮວຍ ແລະ ບ້ານກໍສ່ານ

ທ.ວ. 9, 2025

ໃນວັນທີ 6 ທັນວາ 2025 ຢູ່ທີ່ບ້ານນ້ຳຮວຍ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ເຊິ່ງກ່າວມອບໂດຍທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຄອບຄົວການນຳ, ນັກທຸລະກິດ, ເລຂາພັກເມືອງ, ພະນັກງານແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນບ້ານນ້ຳຮວຍ ແລະ ບ້ານກໍສ່ານເຂົ້າຮ່ວມ.

ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ໄດ້ກ່າວວ່າ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການຂວຍຂວາຍ ປະກອບສ່ວນ ຈາກຄອບຄົວການນຳແຂວງ ແລະ ນັກທຸລະກິດພາຍໃນແຂວງ ເຄື່ອງທີ່ນຳມາມອບມີ: ຖັງນ້ຳໃຫຍ່, ທໍ່ນ້ຳ, ເຄື່ອງຄົວເຮືອນ,ປຶ້ມຂຽນ, ເຄື່ອງອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 200ກ່ວາລ້ານກີບ ເພື່ອບັນເທົາທຸກ ທີ່ປະຊາຊົນໄດ້ຮັບຜົນກະທົບຈາກພະຍຸບົວລອຍ ຜ່ານມາທາງແຂວງ ແລະ ເມືອງກໍ່ໄດ້ຊ່ວຍເຫຼືອສຸກເສີນ ຂໍໃຫ້ທາງບ້ານທັງສອງບ້ານ ຈົ່ງຊັບຊ້ອນ ມອບເຄື່ອງດັ່ງກ່າວໃຫ້ແຕ່ລະຄອບຄົວ ໃຫ້ທົ່ວເຖິງ ຈົ່ງເລືອກຈຸດທີ່ຈະສ້າງບ້ານໃໝ່ ທີ່ເຫັນວ່າເໝາະສົມ ໃຫ້ສົມທົບກັບເມືອງ, ພະແນກການ ເພື່ອສຳຫຼວດ ແລະ ອອກແບບ ອຳນາດການປົກຄອງບ້ານ ຈົ່ງສຶກສາອົບຮົມການເມືອງແນວຄິດກັບພໍ່ແມ່ປະຊາຊົນ, ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ພ້ອມກັນສ້າງສາພັດທະນາຄອບຄົວ ສືບຕໍ່ປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າ. ໂອກາດນີ້ທ່ານ ວັນໄຊ ກືຫັວງເນັ້ງ ກຳມະການພັກແຂວງ ເລຂາພັກເມືອງໆໜອງແຮດ ແລະ ຄະນະບ້ານບ້ານນ້ຳຮວຍ, ບ້ານກໍສ່ານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ການນຳແຂວງ ນັກທຸລະກິດ ໄດ້ຊ່ວຍເຫຼືອບ້ານ ໃຫ້ທິດຊີ້ນຳ ເພື່ອຫາຈຸດຕັ້ງບ້ານໃໝ່ ຂໍໃຫ້ທາງແຂວງ ເມືອງ ລົງໄກ້ສິດຕິດແທດກັບບ້ານຕື່ມອີກ ເພື່ອວາງແຜນຜັງຂອງບ້ານໃຫ້     ເໝາະສົມ.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ