(ສພຊ) – ວັນທີ 13 ທັນວານີ້, ບັນດາການນໍາ, ອະດີດການນຳຂັ້ນສູງພັກ-ລັດ ນຳໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ (ນວ) ໄດ້ຮ່ວມໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນ 105 ອົງ ຢູ່ພິພິທະພັນ ປະທານ ໄກສອນ ພົມວິຫານ ເພື່ອອຸທິດເຖິງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025).

ການໃສ່ບາດຖວາຍສັງຄະທານໃນຄັ້ງນີ້, ເພື່ອອຸທິດສ່ວນບຸນ, ສ່ວນກຸສົນ ເຖິງດວງວິນຍານຂອງບັນພະບຸລຸດ ກໍຄືປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ຜູ້ນໍາພາກໍ່ຕັ້ງ, ທະນຸບໍາລຸງ ພັກປະຊາຊົນປະຕິວັດລາວ, ຜູ້ນໍາພາສ້າງຕັ້ງກຳລັງປະກອບອາວຸດປະຕິວັດຂອງປະຊາຊົນ, ນໍາພາຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາເອກະລາດ, ອິດສະຫຼະພາບ ມາສູ່ປະເທດຊາດ ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ຈົນມາຮອດປັດຈຸບັນ; ພ້ອມນີ້, ຍັງເປັນການອຸທິດສ່ວນບຸນກຸສົນໃຫ້ສຳພະເວສີ (ຜີເຜດ) ຫຼື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີໄຮ້ຍາດຂາດມິດ, ເພື່ອນມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ ເພື່ອເປັນບຸນ, ເປັນກຸສົນ ແລະ ອື່ນໆ.


