ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ປກຊ ໄດ້ລົງກວດກາພື້ນທີ່ຕົວຈິງ ປະເມີນຜົນເສຍຫາຍຈາກໄພພິບັດ ນ້ຳຖ້ວມ ຢູ່ບ້ານພຽງຫົ່ງ ເມືອງໜອງແຮດ ແຂວງຊຽງຂວາງ ໃນລະຫ່ວາງວັນທີ 27-28 ກໍລະກົດ 2025 ທ່ານ ທອງບົວ ໄມຄຳບຸນ ອາດີດຄະນະບໍລິຫານງານພັກເມືອງ ອາດີດເລຂາພັກກຸ່ມບໍເຍຍ ແນວໂຮມບ້ານພຽງຫົ່ງ ໄດ້ລາຍງານວ່າ: ໃນຕອນແລງຂອງວັນທີ 22 ກໍລະກົດ ປະມານ 18 ໂມງ ໄດ້ແຈ້ງທາງທໍລະໂຄ່ງບ້ານ ໃຫ້ປະຊາຊົນຮັບມືກັບໄພນ້ຳຖ້ວມ ໃຫ້ຮີບຮ້ອນຍົກຍ້າຍເຄື່ອງຂອງຂຶ້ນບ່ອນສູງ ຫຼັງຈາກນັ້ນ 19 ໂມງ 30 ນາທີ ນ້ຳໃຫຍ່ໄດ້ລຶບບ້ານ ສຸໄຫຼເຮືອນຊານຂອງປະຊາຊົນໄວວາ ໂດຍຕັ້ງໂຕບໍ່ທັນ ເຮັດໃຫ້ຊັບສິນ, ເຮືອນຊານ, ສັດລ້ຽງຂອງປະຊາຊົນໄດ້ເສຍຫາຍໝົດ ຈາກການເກັບກຳຂໍ້ມູນເບື້ອງຕົ້ນ ຜົນເສຍຫາຍຄັ້ງນີ້ມີ: ທົ່ວບ້ານພຽງຫົ່ງມີ 113 ຄອບຄົວ, ຈຳນວນທີ່ໄດ້ຮັບຜົນກະທົບມີ 67ຄອບຄົວ, ຈຳນວນ 78 ຫຼັງຄາເຮືອນ, ມີ 338 ຄົນ ຈຳນວນຄອບຄົວທີ່ເສຍຫາຍ 100% ມີ 41 ຄອບຄົວ ມີ 52ຫຼັງຄາເຮືອນ, ເສຍຫາຍ 50%, ມີ 26 ຄອບຄົວ, ມີ 26 ຫຼັງຄາເຮືອນ, ລົດໃຫຍ່ເສຍຫາຍ 15 ຄັນ, ລົດຈັກ 42 ຄັນ ນອກນີ້ ຍັງມີເຫຼົ້າເຂົ້າ, ຮ້ານຂາຍເຄື່ອງຕ່າງໆ ແລະ ອື່ນໆອີກ ລວມມູນຄ່າຄວາມເສຍຫາຍເບື້ອງຕົ້ນ 40 ຕື້ກ່ວາກີບ ສະເພາະຄວາມເສຍຫາຍທີ່ຢູ່ອາໄສຂອງປະຊາຊົນ ນອກນີ້ຍັງມີຂົວນ້ຳເນີນ1ແຫ່ງ, ຂົວອູ່1ແຫ່ງ, ໝໍ້ແປງໄຟຟ້າ, ເສົ້າໄຟ,
ສາຍໄຟ, ເສັ້ນທາງ ແລະ ອື່ນໆອີກ. ທ່ານ ບຸນເຮືອງ ສຸລິໄຊ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫັວດດີການ-ສັງຄົມ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ໃຫ້ສຳພາດວ່າ: ບ້ານພຽງຫົ່ງແມ່ນມີຜົນເສຍຫາຍຫຼາຍ ທັງຊັບສິນປະຊາຊົນ ແລະ ຊັບສິນຂອງລັດ ເນື່ອງຈາກນ້ຳໄດ້ຖ້ວມໃນເວລາກາງຄືນ ເຮັດໃຫ້ການຮັບມື ແມ່ນມີຄວາມຫຍູ້ງຍາກຫຼາຍ ແຂວງກໍ່ຮ້ອນໃຈ ເລັ່ງການຊ່ວຍເຫຼືອ ແຕ່ເນື່ອງຈາກວ່າເສັ້ນທາງເຂົ້າຫາບ້ານຖືກຕັດຂາດຫຼາຍຈຸດ ຈິ່ງໄດ້ປະສານນຳກອງທັບອາກາດ ເພື່ອຈັດສົ່ງເຄື່ອງບັນເທົາທຸກໃຫ້ທັນເວລາ ແຕ່ຟ້າບໍ່ເອື້ອຍອຳນວຍ ຈິ່ງເຮັດໃຫ້ການເຂົ້າຊ່ວຍເຫຼືອຊັກຊ້າ ໃນວັນທີ25ກໍລະກົດຈິ່ງໄດ້ເຂົ້າເຖິງບ້ານດ້ວຍຍົນ1ຖ້ຽວ ແລະ ກໍ່ຕໍ່ໆ
ມາ ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ແມ່ນໄດ້ຊ່ວຍເຫຼືອຄື: ຢາປົວຜະຍາດ, ເຂົ້າສານ, ເຄື່ອງປຸກສ້າງ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ນຫົ່ງ ແລະ ເຄື່ອງອຸປະໂພກ, ບໍລິໂພກ ລວມມູນຄ່າ 120,000,000ກີບ ເຊິ່ງໄດ້ນຳໃຊ້ເຮືອບິນ ເພື່ອຈັດສົ່ງ ມອບເຄື່ອງດັ່ງກ່າວໃຫ້ເຖິງມືພໍ່ແມ່ປະຊາຊົນ ຈຳນວນ4ຖ້ຽວ ນອກນີ້ບໍລິສັດເຂື່ອນໄຟຟ້ານ້ຳເນີນ1 ແລະ ບໍລິສັດຊີ47(C47)ທີ່ຮັບເໝົາກໍ່ສ້າງເຂື່ອນ ທີ່ກຳລັງດຳເນີນການກໍ່ສ້າງເຂື່ອນໄຟຟ້າຢູ່ນ້ຳເນີນ ໄດ້ໃຫ້ການຊ່ວຍເຫຼືອເຂົ້າສານ, ການຟື້ນຟູ, ພາຫະນະຮັບໃຊ້ ແລະ ອື່ນໆອີກ. ແຂວງກຳລັງສ້ອມແປງທາງ ເພື່ອໃຫ້ການຊ່ວຍເຫຼືອເຂົ້າເຖິງໄດ້ຫຼາຍເສັ້ນທາງ ວ່ອງໄວຕື່ມອີກ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ