ການຈັດສັນງົບປະມານເພີ່ມເຂົ້າໃສ່ພາກເງິນເດືອນ, ເງິນນະໂຍບາຍ 11 ພັນຕື້ກີບ

​ພ.ຈ. 13, 2025

(ສພຊ) – ວັນທີ 13 ພະຈິກນີ້, ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜ່ນງົບປະມານແຫ່ງລັດ.
ໄລຍະຜ່ານມາ, ກະຊວງການເງິນ ໄດ້ສັງລວມຂໍ້ມູນການສູນເສຍລາຍຮັບຈາກບັນດາໂຄງການລົງທຶນໃນຂອດນໍາເຂົ້າ ໄລຍະ 5 ປີ ປະມານ 6 ພັນຕື້ກີບ ເຊິ່ງເປັນພຽງຕົວເລກເບື້ອງສົ້ນເຂົ້າຈາກການນໍາເຂົ້າສິນຄ້າເທົ່ານັ້ນ ແຕ່ຍັງບໍ່ ລວມມູນຄ່າການຍົກເວັ້ນອາກອນພາຍໃນ ຄາດວ່າຍັງມີຈໍານວນຫຼາຍທີ່ບໍ່ສາມາດສັງລວມໄດ້; ປັດຈຸບັນ, ກະຊວງການເງິນ ກຳລັງຄົ້ນຄວ້າການນຳໃຊ້ລະບົບການວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ ເຊິ່ງຈະເຮັດໃຫ້ການສັງລວມມີຄວາມຊັດເຈນຂຶ້ນໃນຕໍ່ໜ້າ.
ການຈັດສັນງົບປະມານເພີ່ມເຂົ້າໃສ່ພາກເງິນເດືອນ, ເງິນນະໂຍບາຍ 11 ພັນຕື້ກີບ ແມ່ນໄດ້ມາຈາກການເພີ່ມລາຍຮັບພາຍໃນ ໂດຍການຂະຫຍາຍຖານອາກອນມູນຄ່າເພີ່ມ, ການປັບອັດຕາອາກອນຊົມໃຊ້, ຂະຫຍາຍຖານອາກອນໃໝ່ ເປັນຕົ້ນ: ອາກອນສິ່ງແວດລ້ອມ, ອາກອນທີ່ດິນ ແລະ ອື່ນໆ ເຊິ່ງເປັນລາຍຮັບທີ່ໝັ້ນຄົງ ແລະ ມີຄວາມອາດສາມາດໃນການເກັບເພີ່ມຂຶ້ນໃນແຕ່ລະປີ ໄປຄ່ຽງຄູ່ກັບການປະຕິບັດມາດຕະການປິດການຮົ່ວໄຫຼດ້ານລາຍຮັບ ຕິດພັນກັບການຫັນເປັນທັນສະໄໝ. ເພື່ອຮັບປະກັນໝາກຜົນຂອງການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ຄວນເອົາໃຈໃສ່ບາງດ້ານຄື: ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງເປັນເຈົ້າການກວດກາ ແລະ ຄຸ້ມຄອງລາຄາສິນຄ້າ, ສະບຽງອາຫານທີ່ຈໍາເປັນ; ເຜີຍແຜ່ຂໍ້ມູນຂ່າວສານໃຫ້ສັງຄົມເຂົ້າໃຈຕໍ່ຄວາມຈຳເປັນ, ສາເຫດໃນການປັບຂຶ້ນເງິນເດືອນ, ເງິນນະໂຍບາຍ ເພື່ອບໍ່ໃຫ້ບັນດາຜູ້ປະກອບການ, ພໍ່ຄ້າແມ່ຄ້າ ສວຍໃຊ້ໂອກາດຂຶ້ນລາຄາສິນຄ້າ; ຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງຂຶ້ນ ສາມາດຕອບສະໜອງຕະຫຼາດພາຍໃນໃຫ້ຫຼາຍຂຶ້ນ ພ້ອມທັງປັບປຸງຂໍ້ຫຍຸ້ງຍາກຕ່າງໆ ໃນການດໍາເນີນທຸລະກິດ ໂດຍສະເພາະບັນຫາຕົ້ນທຶນ.