

ຕອນບ່າຍຂອງວັນພະຫັດ, ວັນທີ 9 ມີນາ 2023, ຢູ່ທີ່ສະໂມສອນເມືອງປາກແບງ ໃນວາລະເຂົ້າຮ່ວມພິທີເຜີຍແຜ່ຜົນສໍາເລັດກອງສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພປະຊາຊົນແຂວງອຸດົມໄຊ ຊຸດທີ II, ທ່ານ ຄໍາສະພອນ ໄຊຍະວົງ ກໍາມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ພາຍໃຕ້ການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງອົງການປົກຄອງເມືອງ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນໂດຍສະເພາະແມ່ນສະມາຊິກພັກ, ພະນັກງານ, ທະຫານ-ຕຳຫຼວດ, ຜູ້ປະກອບການ-ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວເມືອງ ເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວ ແລະ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານດັ່ງນີ້:

ໄດ້ຈັດຕັ້ງປະຕິບັດໂຄງການລົງທຶນທັງໝົດ 10 ໂຄງການ, ມູນຄ່າ 29.854,94 ລ້ານກວ່າກີບ ໃນນີ້, ໂຄງການລົງທຶນຂອງລັດສົມທົບປະຊາຊົນ ແລະ ທຶນພັດທະນາທ້ອງຖິ່ນມີ 5 ໂຄງການ, ມູນຄ່າ 2.355,54 ລ້ານກວ່າກີບ ແລະ ໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ(ODA) 5 ໂຄງການ, ມູນຄ່າ 27.499,40 ລ້ານກວ່າກີບ; ຈັດເກັບລາຍຮັບພາຍໃນເມືອງເຂົ້າງົບປະມານໄດ້ທັງໝົດ 3.935.898.008 ກີບ, ເທົ່າກັບ 105,49% ຂອງແຜນການປີ; ທົ່ວເມືອງມີຖານເກັບລາຍຮັບສ່ວຍສາອາກອນ ແລະ ໄດ້ຂື້ນທະບຽນທັງໝົດ 252 ຫົວໜ່ວຍ, ໃນນີ້ມີຫົວໜ່ວຍການຜະລິດ 15 ຫົວໜ່ວຍ, ການຄ້າ 64 ຫົວໜ່ວຍ ແລະ ການບໍລິການ 173 ຫົວໜ່ວຍ; ຊຸກຍູ້ ແລະ ສົ່ງເສີມປະຊາຊົນປູກເຂົ້າໃນເນື້ອທີ່ 2.950,12 ເຮັກຕາ ຜົນຜະລິດໄດ້ 5.578,78 ໂຕນ ປະຕິບັດລື່ນແຜນ 1,13%; ປູກພືດສະບຽງອາຫານໄດ້ທັງໝົດ 126,10 ເຮັກຕາ, ຜົນຜະລິດໄດ້ 429,43 ໂຕ່ນ ປະຕິບັດໄດ້ 87%; ປູກພືດເປັນສິນຄ້າໄດ້ 1.597,27 ເຮັກຕາ (ເນື້ອທີ່ເສຍຫາຍຈາກສັດຕູພືດທໍາລາຍ 287,60 ເຮັກຕາ), ຜົນຜະລິດໄດ້ 9.719,58 ໂຕນ; ສົ່ງເສີມການລ້ຽງສັດນ້ອຍ-ສັດໃຫ່ຍເປັນກຸ່ມ, ເປັນຟາມ ແລະ ສັດລ້ຽງເພີ່ມລື່ນແຜນປີ 36,48% ລວມທັງງົວ, ຄວາຍ, ແບ້, ໝູ ແລະ ສັດປີກ. ປູກໄມ້ຟື້ນຟູປ່າໄດ້ທັງໝົດ 32.190 ເບ້ຍ, ເນື້ອທີ່ 75,54 ເຮັກຕາ ປະຕິບັດລື່ນແຜນປີ 13%. ປະເມີນບ້ານທຸກຍາກ ແລະ ບ້ານພັດທະນາຕາມດຳລັດ 348/ລບ ມີຄອບຄົວພົ້ນທຸກ 1.841 ຄອບຄົວ, ບ້ານພົ້ນທຸກໄດ້ 12 ບ້ານ, ສ້າງບ້ານພັດທະນາໄດ້ 3 ບ້ານ, ສ້າງຄອບຄົວພັດທະນາໄດ້ 943 ຄອບຄົວ; ສິນຄ້າອຸປະໂພກ-ບໍລິໂພກພາຍໃນເມືອງປາກແບງ ສ່ວນຫຼາຍແມ່ນນຳເຂົ້າຈາກຕ່າງປະເທດ ແລະ ຕ່າງເມືອງ-ຕ່າງແຂວງ; ໃນ 1 ປີຜ່ານມາ ມີສິນຄ້ານຳເຂົ້າ-ສົ່ງອອກທັງໝົດ 69.464 ໂຕນ ມີມູນຄ່າທັງໝົດ 10.208,75 ລ້ານກີບ, ໃນນີ້ ສິນຄ້ານຳເຂົ້າ 69.389,5ໂຕນ ມູນຄ່າ 9.588,25 ລ້ານກີບ ແລະ ສົ່ງອອກ 74,5 ໂຕນ ມູນຄ່າ 620,50 ລ້ານກີບ.





ຫຼັງຈາກນັ້ນພິທີ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະທານສະພາປະຊາຊົນແຂວງ ປະທານພິທີ ແລະ ທ່ານ ສົມເພັດ ເຜົ່າສຸພັນ ສະ ມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງປາກແບງ, ໄດ້ພັດປ່ຽນກັນເຜີຍແຜ່ຜົນສໍາເລັດຂອງກອງປະ ຊຸມສະໄໝສາມັນເທື່ອທີ່ 4 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II. ພ້ອມນັ້ນ, ບັນດາທ່ານທີ່ເຂົ້າຮ່ວມພິທີ ໄດ້ມີຄໍາສະເໜີ, ຄໍາເຫັນແລກປ່ຽນຢ່າງກົງໄປກົງມາ.

ພາບ/ຂ່າວ: ແສງພອນ ອິນນະລົງ.