(ສພຊ) – ຕອນບ່າຍວັນທີ 24 ພະຈິກ 2025 , ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ພຣະອາຈານ ສີທົນ ໄຊຍະວົງສອນ ຄະນະບໍລິຫານງານປະຈຳສູນກາງອົງການພຸດທະສາສະໜາສັມພັນລາວ (ອພສ), ຫົວໜ້າກັມມາທິການເຜີຍແຜ່ສິລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອພສ, ຮອງປະທານມູນນິທິພຸດທະບັນດິດ, ຮອງປະທານສະມາຄົມອະນຸລັກຢາພື້ນເມືອງລາວ, ທີ່ປຶກສາ ອພສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ເຈົ້າອາທິການວັດປ່ານາຄູນນ້ອຍ ພ້ອມດ້ວຍຄະນະພະສົງ ແລະ ສິດສານຸສິດ ທີ່ມາທັດສະນະສຶກສາຢ້ຽມຊົມຫ້ອງມູນເຊື້ອ, ຫ້ອງປະຊຸມໃຫຍ່ ແລະ ງານວາງສະແດງສະພາແຫ່ງຊາດ ຄົບຮອບ 50 ປີ (2/12/1975 – 2/12/2025).
ການມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ແລະ ໄດ້ຮັບປຶ້ມທີ່ລະນຶກ; ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ສພຊ ເຮັດໃຫ້ຄະນະມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.

(ນາງ ນິດຕາ ຄຸນປາກດີ)

