(ສພຊ) - ວັນທີ 14-17 ກໍລະກົດນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ ແລະ ທ່ານ ອໍາໄພ ຈິດມານົນ ຮອງປະທານກໍາມາທິການກົດໝາຍ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະສານງານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA Caucus) ຄັ້ງທີ 16 ພາຍໃຕ້ຫົວຂໍ້ “ສັນຕິພາບຜ່ານການເຈລະຈາ ເພື່ອລັດຖະສະພາກ້າວໄປຂ້າງໜ້າ” ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກໍາປູເຈຍ ເຊິ່ງມີຄະນະຜູ້ແທນຈາກ 15 ປະເທດ ແລະ 3 ຄູ່ຮ່ວມພັດທະນາຂອງໄອປາ (AIPA) ເຂົ້າຮ່ວມ 100 ກວ່າທ່ານ ໃນນີ້, ມີປະທານສະພາແຫ່ງຊາດກໍາປູເຈຍ, ເລຂາທິການໃຫຍ່ໄອປາ, ເລຂາທິການໃຫຍ່ອາຊຽນ, ຄະນະຜູ້ແທນຈາກປະເທດສະມາຊິກໄອປາ ຄື: ບຣູໄນ ດາຣູຊາລາມ, ອິນໂດເນເຊຍ, ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ ແລະ ປະເທດເຈົ້າພາບ ພ້ອມດ້ວຍກອງເລຂາໄອປາ, ກອງເລຂາອາຊຽນ, ຄະນະຜູ້ແທນຈາກບັນດາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາ, ພິເສດ ມີປະທານລັດຖະສະພາ ຕີມໍ ແລັດສະເຕ ເຂົ້າຮ່ວມເພື່ອກະກຽມເຂົ້າເປັນສະມາຊິກສົມບູນຂອງອາຊຽນ ແລະ ໄອປາ ໃນອະນາຄົດອັນໃກ້ນີ້.

ຄະນະຜູ້ແທນໄດ້ພ້ອມກັນທົບທວນຄືນ, ສົນທະນາ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ ແລະ ສ້າງສັນ ກ່ຽວກັບການຈັດຕັ້ງປະຕິບັດມະຕິ 20 ສະບັບ ໃນຂົງເຂດວຽກງານການເມືອງ, ເສດຖະກິດ, ສັງຄົມ, ສະມາຊິກລັດຖະສະພາເພດຍິງ ແລະ ສະມາຊິກລັດຖະສະພາໜຸ່ມຂອງໄອປາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ທີ່ນະຄອນຫຼວງວຽງຈັນ, ສປປລາວ ໃນປີ 2024.
ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ລາຍງານ ແລະ ປະກອບຄໍາເຫັນຮ່ວມກັບບັນດາປະເທດສະມາຊິກໄອປາ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ໂດຍສະເພາະແມ່ນ: 1) ການຊຸກຍູ້ສົ່ງເສີມການຮ່ວມມືຂອງລັດຖະສະພາອາຊຽນ ໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ແຜນແມ່ບົດພາຍໃຕ້ 3 ເສົາຄໍ້າປະຊາຄົມອາຊຽນ ກໍຄືແຜນແມ່ບົດວ່າດ້ວຍການເຊື່ອມຈອດ 2025 ແລະ ແຜນປະຕິບັດງານວ່າດ້ວຍການເຊື່ອມໂຍງອາຊຽນ; 2) ການປະກອບສ່ວນຂອງ ສປປລາວ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ການສ້າງນະວັດຕະກໍາດ້ານສຸຂະພາບດິຈິຕອນຂອງລັດຖະບານ, ນະໂຍບາຍສົ່ງເສີມສິດດ້ານປະກັນສັງຄົມໃນການປະກອບວຽກເຮັດງານທຳຕໍ່ຜູ້ອາຍຸສູງ, ການຕິດຕາມ ແລະ ກວດກາການນຳໃຊ້ມາດຕະການຕ່າງໆ ຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ-ຢາສູບໄຟຟ້າ ແລະ ບັນດາສານເຄມີທີ່ຕ້ອງຫ້າມ; 3) ການນໍາໃຊ້ເຕັກໂນໂລຊີດິຈິຕອນເປັນເຄື່ອງມືສໍາຄັນໃນການຂັບເຄື່ອນວຽກງານທຸກຂະແໜງການເພື່ອສ້າງເສດຖະກິດດິຈິຕອນ ແນໃສ່ປະກອບສ່ວນເຂົ້າໃນການດັດປັບໂຄງສ້າງເສດຖະກິດຂອງປະເທດ, ການຊຸກຍູ້ ແລະ ສົ່ງເສີມການພັດທະນາການທ່ອງທ່ຽວອາຊຽນ, ການສ້າງຕັ້ງ ແລະ ພັດທະນາຕະຫຼາດກາກບອນຢູ່ພູມິພາກອາຊຽນ, ການຍົກລະດັບລະບົບຄົມມະນາຄົມ-ຂົນສົ່ງໃຫ້ມີການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ, ການຊຸກຍູ້ ແລະ ສົ່ງເສີມປັນຍາປະດິດເຂົ້າໃນທຸກຂົງເຂດວຽກງານ; 4) ການຊຸກຍູ້ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນພາກພື້ນອາຊຽນ; 5) ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ໃນການສ້າງປະຊາຄົມອາຊຽນທີ່ປອດໄພ ແລະ ຊຸກຍູ້ການເຂົ້າຮ່ວມຂອງສະມາຊິກສະພາໜຸ່ມ ໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນອາຊຽນ.

ກອງປະຊຸມໄດ້ເຫັນດີເປັນເອກະພາບ ແລະ ລົງລາຍເຊັນຮັບຮອງເອົາບົດລາຍງານຂອງກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 16 ເພື່ອນໍາໄປລາຍງານໃນກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 46 ທີ່ນະຄອນຫຼວງກົວລາລໍາເປີ, ປະເທດມາເລເຊຍ ທີ່ໄດ້ຮັບກຽດເປັນເຈົ້າພາບໃນເດືອນກັນຍາ 2025; ພ້ອມນັ້ນ, ຍັງໄດ້ຕົກລົງເຫັນດີໃຫ້ປະເທດອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 17 ໃນປີ 2026.
ນອກຈາກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືກັບບັນດາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາຂອງ AIPA ພ້ອມທັງປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມ ພາຍໃຕ້ 3 ຫົວຂໍ້ຍ່ອຍ: 1) ເພີ່ມທະວີການດໍາເນີນງານຂອງລັດຖະສະພາ ເພື່ອສັນຕິພາບທີ່ກວມລວມ, 2) ການຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍ ຜ່ານການຮ່ວມມືຂອງລັດຖະສະພາ, 3) ສົ່ງເສີມການມີສ່ວນຮ່ວມຂອງລັດຖະສະພາ ຕໍ່ພາກພື້ນ ແລະ ສັນຕິພາບໃນທົ່ວໂລກ ແລະ ຄວາມປອດໄພ; ພ້ອມດຽວກັນ, ຍັງໄດ້ເຂົ້າຮ່ວມທັດສະນະສຶກສາຢ້ຽມຊົມສະຖານທີ່ທາງປະຫວັດສາດຕ່າງໆ ທີ່ທາງເຈົ້າພາບຈັດໃຫ້.