loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມ ແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ.

​ພ.ຈ. 21, 2023 | ເຂດ 12 ຄຳມ່ວນ

ວັນທີ 20 ພະຈິກ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາສະພາບການຂຸດຄົ້ນແຮ່ທາດເກືອໂປຕັສ ( ເກືອກາລີ ) ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ, ເຊິ່ງເປັນກຽດຕ້ອນຮັບຄະນະຜູ້ແທນ ນະຄອນຫຼວງ ແລະ ເຂົ້າຮ່ວມເຮັດວຽກໂດຍ ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ພ້ອມດ້ວຍບັນດາທ່ານ ຄະນະປະຈໍາສະພາປະຊາຊົນ, ຄະນະກຳມະການ, ຄະນະເລຂາທິການ; ແລະ  ຄະນະຜູ້ແທນ ນະຄອນຫຼວງ ນຳໂດຍ ທ່ານ ນາງ  ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ  ພ້ອມຄະນະ, ມີ ຫ້ອງວ່າການແຂວງຄໍາມ່ວນ, ພະແນກການໃນຂົງເຂດທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານສະພາປະຊາຊົນ ເຂົ້າຮ່ວມ.

ທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ກ່າວຕ້ອນຮັບ ແລະ ຕີລາລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາປະຊາຊົນນະຄອນຫຼວງວຽງຈັນ ໃນຄັ້ງນີ້ແມ່ນຄັ້ງທຳອິດ, ເຊິ່ງການພົບປະແລກປ່ຽນບົດຮຽນຄັ້ງນີ້ແມ່ນຈະຮັບໝາກຜົນຫລາຍໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນທັງສອງໃຫ້ໜັກແໜ້ນບົນພື້ນຖານ ພາລະບົດບາດ, ສິດ ແລະ ໜ້າທີ່ ເປັນອົງການອຳນາດລັດຂັ້ນທ້ອງຖິ່ນ, ຕາງໜ້າໃຫ້ແກ່ຄວາມມຸ້ງມາດປາດຖະໜາຂອງປະຊາຊົນຜູ້ມີສິດເລືອກຕັ້ງ  ແລະ ທັງເປັນການເພີ່ມທະວີການຮ່ວມມືຂອງ ສະພາປະຊາຊົນແຂວງຄໍາມ່ວນ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ໃຫ້ມີຜົນສຳເລັດ, ໃນວາລະກອງປະຊຸມ ທັງສອງ ສະພາປະຊາຊົນ ໄດ້ຜັດປ່ຽນກັນລາຍງານໂດຍຫຍໍ້ກ່ຽວກັບ ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງ ສະພາປະຊາຊົນ ທັງສອງ ໃຫ້ກັນ ແລະ ກັນຮັບຊາບ;

ຈາກນັ້ນ, ຄະນະໄດ້ຮັບຟັງການລາຍງານຈາກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ ແລະ ການແກ້ໄຂຜົນກະທົບຈາກການຂຸດຄົ້ນເກືອກາລີຢູ່ແຂວງຄໍາມ່ວນ ໃນໄລຍະຜ່ານມາ, ພາຍຫຼັງໄດ້ຮັບຟັງການລາຍງານຈາກພະແນກການທີ່ກ່ຽວຂ້ອງເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ແລະ ຂໍ້ຄົງຄ້າງກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ ຄະນະຜູ້ແທນ ກໍ່ໄດ້ແລກປ່ຽນບົດຮຽນ ແລະ ເຈາະຈີ້ມບາງບັນຫາທີ່ມີຄວາມສົນໃຈ ຕໍ່ກັບພະແນກການກໍ່ຄືຄະນະຮັບຜິດຊອບໂຄສະນາປະຊາສຳພັນ, ແກ້ໄຂຂໍ້ຂ້ອງໃຈ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ເພື່ອເປັນຂໍ້ມູນຮອບດ້ານນຳໄປຄົ້ນຄວ້າຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ;ຈາກນັ້ນໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນ ທັງສອງສະພາປະຊາຊົນເດີນທາງຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ບ້ານ ດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການຕ້ອນຮັບ ແລະ ລາຍງານຂອງ ທ່ານ ຈູ່ຊຽງລີ່  ຮອງຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ກ່ຽວກັບສະພາບ ການເຄື່ອນໄຫວຂຸດຄົ້ນ ແລະ ຈໍາໜ່າຍຜະລິດຕະພັນ ຂອງບໍລິສັດ, ເຊິ່ງບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ  ໄດ້ຈົດທະບຽນສ້າງຕັ້ງຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນເດືອນ ພຶດສະພາ 2009, ເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນແຮ່ເກືອໂປຕາສ, ຜະລິດເກືອໂປຕາສ(ປຸ໋ຍໂປຕາສ) ແລະ ຈໍາໜ່າຍເກືອໂປຕາສ. ບໍລິສັດ ດັ່ງກ່າວ ມຸ້ງໝັ້ນທີ່ຈະກໍ່ສ້າງໂຄງການເກືອໂປຕາສຢູ່ລາວໃຫ້ເປັນໂຄງການສີຂຽວ, ເປັນມິດຕໍ່ສິ່ງແວດລ້ອມ ແລະ ພັດທະນາຢ່າງຍືນຍົງ. ພາຍໃຕ້ການສະໜັບສະໜູນອັນໃຫຍ່ຫລວງ ແລະ ນໍາພາ ຂອງລັດຖະບານທັງສອງປະເທດ, ຊີໂນ ໂປຕາສ ໄດ້ລົງເລິກພັດທະນາໃນຂົງເຂດເກືອໂປຕາສຢູ່ລາວເປັນເວລາ 10 ກວ່າປີແລ້ວ, ປະຈຸບັນພວມກໍ່ສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 3 ລ້ານໂຕນ/ປີ, ແຜນການໄລຍະກາງແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 5 ລ້ານໂຕນ/ປີ, ແຜນການໄລຍະຍາວແມ່ນຈະສ້າງກໍາລັງການຜະລິດຝຸ່ນໂປຕາສໃຫ້ບັນລຸ 10 ລ້ານໂຕນ/ປີ, ເພື່ອປະກອບສ່ວນຊຸກຍູ້ເສດຖະກິດສັງຄົມຂອງລາວໃຫ້ພັດທະນາວ່ອງໄວຂື້ນ, ເພື່ອສ້າງເປັນສິນຄ້າຍີ່ຫໍ້ດັງຂອງລາວ, ກາຍເປັນຜູ້ຜະລິດ ແລະ ຜູ້ສະໜອງເກືອໂປຕາສລະດັບໂລກ, ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຜະລິດກະສິກໍາຂອງໂລກ. ນອກນີ້ໃນເຂດດັ່ງກ່າວຍັງໄດ້ສ້າງເປັນສວນອຸດສາຫະກຳໝູນວຽນອັດສະລິຍະ ອາຊີ ໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກໍາໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ ມີເນື້ອທີ່ທັງໝົດປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາສະຫະລັດ, ພາຍຫຼັງທີ່ຮັບຟັງການລາຍງານແລ້ວນັ້ນ,  ບັນດາທ່ານ ຄະນະຜູ້ແທນ ຍັງໄດ້ມີຄໍາເຫັນແລກປ່ຽນມາຍັງບໍລິສັດໃນການປະຕິບັດວຽກງານ, ບັນຫາຂໍ້ສະດວກ ແລະ ຂໍ້ຄົງຄ້າງໃນການດຳເນີນທຸລະກິດໃນຜ່ານມາ.

ໂດຍ: ເອື້ອ ມະໂນສິງ