ໃນວັນທີ 20 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງໄດ້ເປີດກອງປະຊຸມ ເກັບກໍາຂໍ້ມູນ ແລະ ຊຸກຍູ້ວຽກງານ ຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດຂຶ້ນໂດຍການເປັນປະທານຮ່ວມຂອງທ່ານ ວຽງໄຊ ສີວິໄລ ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ສິນທະລາ ຫຼ້າສຸກສະໄໝ ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການສະພາປະຊາຊົນແຂວງ, ທີມງານທີ່ມາຈາກສະພາແຫ່ງຊາດ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມ.
ເພື່ອເກັບກໍາ ແລະ ສຶກສາຂໍ້ມູນພື້ນຖານໃຫ້ແກ່ການກໍານົດຫົວຂໍ້, ເນື້ອໃນ ແລະ ຮູບການໃນການຝຶກອົບຮົມຍົກຂີດຄວາມສາມາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານທີ່ເປັນເສນາທິການ ໃຫ້ມີປະສິດທິຜົນດີກວ່າເກົ່າ ແລະ ເປັນການປັບປຸງການປະສານງານ ແລະ ການປະຕິບັດໜ້າທີ່ວຽກງານທີ່ກ່ຽວຂ້ອງ ລະຫວ່າງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດກັບສະພາປະຊາຊົນແຂວງ. ໃນວາລະຂອງກອງປະຊຸມ ທ່ານ ຄໍາຫຼ້າ ແສງຄໍາຢອງ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຕ່າງໆ ໃນໄລຍະ 1 ປີຜ່ານ ເຊິ່ງໄລະຍະຜ່ານສະພາປະຊາຊົນແຂວງໄດ້ປະຕິບັດວຽກງານຕາມພາລະບົດບາດຂອງຕົ້ນເປັນຕົ້ນແມ່ນ:ເຂົ້າຮ່ວມທາບທາມຮ່າງກົດໝາຍທີ່ສະພາແຫ່ງຊາດ ແລະ ບັນດາກະຊວງ ຈັດຂຶ້ນຢູ່ສູນກາງ ແລະ ທ້ອງຖິ່ນ, ພິຈາລະນາ ແລະ ຮັບຮອງເອົາ ແຜນຈັດສັນງົບປະມານ ລາຍຮັບ-ລາຍຈ່າຍ ປົກກະຕິ ແລະ ວິຊາການ, ພິຈາລະນາຕົກລົງບັນຫາສຳຄັນພື້້ນຖານ ແລະ ຈໍາເປັນຂອງແຂວງ, ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, 2 ວາລະແຫ່ງຊາດ ແລະ ບັນດາມະຕິ ຂອງສະພາປະຊາຊົນແຂວງ, ຕິດຕາມກວດກາ, ຊຸກຍູ້ ໂຄງການທີ່ລ່າຊ້າບໍ່ສືບຕໍ່ຈັດຕັ້ງປະຕິບັດ ແລະ ໂຄງການສະເໜີດັດແກ້ລາຄາຫົວໜ່ວຍ. ນອກຈາກນັ້ນບັນດາທ່ານເຂົ້າຮ່ວມຂອງກອງປະຊຸມໄດ້ປຶກສາແລກປ່ຽນບົດຮຽນເປັນຕົ້ນແມ່ນ: ວຽກງານການສ້າງ ແລະ ປັບປຸງນິຕິກໍາຂອງແຂວງ, ກົນໄກປະສານງານສະຫວ່າງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດກັບສະພາປະຊາຊົນແຂວງ, ການຝຶກອົບຮົມຍົກຂີດຄວາມສາມາດ, ການນໍາໃຊ້ເຄື່ອຂ່າຍພາຍໃນຂອງສະພາແຫ່ງຊາດ, ການປັບປຸງຫ້ອງສະໝຸດ-ຫ້ອງອ່ານຂອງສະພາປະຊາຊົນແຂວງ ແລະ ບັນຫາອື່ນໆອີກ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງດີຂຶ້ນກວ່າເກົ່າ.
ໃນຕອນທ້າຍທ່ານ ສິນທະລາ ຫຼ້າສຸກສະໄໝ ໄດ້ມີຄໍາເຫັນໂອ້ລົມຕໍ່ທີ່ປະຊຸມໃຫ້ສະພາປະຊາຊົນແຂວງຈົ່ງສືບຕໍ່ປະຕິບັດໜ້າທີ່ວຽກງານຂອງຕົນຕາມພາລະບົດບາດ, ສືບຕໍ່ຍົກສູງຂີດຄວາມສາມາດຂອງສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານທີ່ເປັນເສນທິການໃຫ້ເອົາໃຈໃສ່ປັບປຸງຫ້ອງສະໝຸດ-ຫ້ອງອ່ານຂອງສະພາປະຊາຊົນແຂວງ ແລະ ຄວນມີການແກະຄໍາເຫັນຂອງຜູ້ແທນກອງປະຊຸມໃນກອງປະຊຸມສະໄໝສາມັນ ເພື່ອອໍານວຍຄວາມສະດວກໃນການສະໜອງຂໍ້ມູນໃຫ້ການນໍາມີປະສິດທິພາບສູງຂຶ້ນ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ