


ຕອນເຊົ້າຂອງວັນສຸກ, ວັນທີ 17 ມີນາ 2023 ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມ ສໍາມະນາເຜີຍແຜ່ ວຽກງານສະຖິຕິໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ 9 ແຂວງ, ໂດຍການເປັນປະທານຂອງທ່ານ ນ. ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແລະ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງ 9 ແຂວງຄື: ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະ ແຂວງວຽງຈັນ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ-ຄະນະຮັບຜິດຊອບກອງປະຊຸມ ແລະ ບັນດາແຂກເຊີນອ້ອມຂ້າງແຂວງອຸດົມໄຊ ເຂົ້າຮ່ວມ 55 ທ່ານ, ຍິງ 8 ທ່ານ.






ກອງປະຊຸມບັນດາທ່ານຜູ້ແທນເຂົ້າຮ່ວມໄດ້ຮັບຟັງການສະເໜີບັນດາຫົວຂໍ້ ແລະ ເນື້ອໃນຕ່າງໆເຊັ່ນ: ສະຫລຸບຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານສະຖິຕິຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ(ໃນນີ້: ຈະສະເໜີລວມກ່ຽວກັບການຈັດຕັ້ງລະບົບສະຖິຕິແຫ່ງຊາດ, ບົດບາດ ແລະ ໜ້າທີ່ໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນສະຖິຕິທາງການ, ຄວາມຕ້ອງການ ແລະ ການສະໜອງຂໍ້ມູນສະຖິຕິທາງການໃນ ສປປ ລາວ, ແຜນພັດທະນາລະບົບສະຖິຕິແຫ່ງຊາດ ໂດຍສະເພາະແຜນໃນປີ 2023); ການຜະລິດຕົວຊີ້ບອກສະຖິຕິທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຮັບໃຊ້ການຕິດຕາມ ແລະ ປະເມີນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ການນໍາສະເໜີກ່ຽວກັບ ລວມຍອດຜະລິດຕະພັນພາຍໃນ, ເງິນເຟີ້, ສະຖິຕິຄວາມທຸກຍາກ; ການນໍາໃຊ້ ແລະ ເຜີຍແຜ່ສະຖິຕິທາງການ.



ຈຸດປະສົງຂອງກອງປະຊຸມຂອງໃນຄັ້ງນີ້ແມ່ນເພື່ອ: ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ການສົ່ງເສີມການນຳໃຊ້ສະຖິຕິທາງການ, ກະຕຸກຊຸກຍູ້ໃຫ້ສັງຄົມປະກອບສ່ວນຂໍ້ມູນຂ່າວສານສະຖິຕິ, ລະດົມປະຊາຊົນບັນດາເຜົ່າ ເຂົ້າໃນຂະບວນການເກັບກຳຂໍ້ມູນເປັນຕົ້ນການສໍາຫລວດພົນລະເມືອງ, ການສໍາຫລວດເສດຖະກີດ, ການສຳຫລວດກະສິກໍາ ສາມາດຕອບສະໜອງຂໍ້ມູນເຂົ້າໃນການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສ່ວນໜຶ່ງກໍ່ເປັນການເຜີຍແຜ່ສະຖິຕິທາງການໃຫ້ແກ່ສະມາຊິກສະພາກ່ຽວກັບຄໍາຖາມຕ່າງໆຈາກກອງປະຊຸມສະພາເພື່ອເປັນການຊີ້ແຈງ ແລະ ລົງເລິກແລກປ່ຽນອະທິບາຍ, ເພື່ອຮັບຮູ້ ແລະ ເຂົ້າໃຈຄວາມຫຍຸ້ງຍາກຄວາມທ້າທາຍໃນການເກັບກຳ ແລະ ພັດທະນາ ຂໍ້ມູນສະຖິຕິໃນລະບົບສະຖິຕິແຫ່ງຊາດ ແລະ ເພື່ອສ້າງຄວາມເຂົ້າໃຈການພັດທະນາທາງດ້ານເສດຖະກິດ, ສະພາບກໍາລັງແຮງງານ, ອັດຕາເງິນເຟີ້, ສະຖິຕິພົນລະເມືອງ, ຄວາມຄືບຫນ້າໃນການພັດທະນາດ້ານສັງຄົມເຊັ່ນ: ສຶກສາ, ສາທາ ແລະ ອື່ນໆ.




ພາບ/ຂ່າວ: ແສງພອນ ອິນນະລົງ.