
ເພື່ອເປັນການສ່ອງແສງລາຍງານ ວຽກງານໃນໄລຍະຜ່ານມາ ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ສະບັບເລກທີ 70/ອຊ, ລົງວັນທີ 04 ກຸມພາ 2022 . ຕອນບ່າຍວັນທີ 20 ຕຸລາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມສ່ອງແສງວຽກງານ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາທ່ານຄະນະປະຈໍາພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າພະແນກ-ຮອງພະແນກ, ຄະນະເລຂາທິການ, ພະນັກງານຂະແໜງການທີ່ກ່ຽວຂ້ອງ ແລະ ແຂກເຊີນເຂົ້າຮ່ວມ.


ກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງອົງການປົກຄອງແຂວງ ປະຈຳ 9 ເດືອນ ແລະ ທິດທາງວຽກງານຈຸດສຸມ 3 ເດືອນທ້າຍປີ 2023 ຕິດພັນວາລະເຄັ່ງຮ້ອນຂອງລັດຖະບານ, ພາຍໃຕ້ການຊີ້ນຳ-ນຳພາ ຂອງອົງການປົກຄອງແຂວງ ມີຫຼາຍດ້ານທີ່ພົ້ນເດັ່ນຄື: ໄດ້ສຸມໃສ່ນໍາພາວຽກງານການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງຂອງພັກ-ລັດ, ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ, ສຸມໃສ່ຜັນຂະຫຍາຍການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຕ່າງໆຢ່າງຕັ້ງໜ້າ, ສຸມໃສ່ວຽກງານເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນງານດ້ານອື່ນໆ, ພ້ອມນີ້ ຍັງໄດ້ຮັບຟັງການລາຍງານຫຍໍ້່ ການຕິດຕາມກວດກາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງແຂວງ ຕິດພັນກັບການແກ້ໄຂຄຳຮ້ອງຄວາມເປັນທໍາຂອງຜົນລະເມືອງ, ບົດສະຫຼຸບຖອດຖອນບົດຮຽນການພົບປະຜູ້ມີສິດເລືອກຕັ້ງ, ການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ຜ່ານທິດທາງແຜນການ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II.



ຫຼັງຈາກນັ້ນ, ກອງປະຊຸມໄດ້ເປີດກ້ວາງໃຫ້ແຕ່ລະພາກສ່ວນໄດ້ປະກອບຄວາມຄິດເຫັນເຂົ້າໃນວຽກງານຕ່າງໆ ຢ່າງກົງໄປກົງມາ, ປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການການຈັດຕັ້ງປະຕິບັດວຽກງານ, ການປະສານງານ, ການສະໜອງຂໍ້ມູນ ເພື່ອຊອກເຫັນດ້ານອ່ອນຂໍ້ຄົງຄ້າງ ແລະ ເພື່ອເປັນການຫາວິທີ່ທາງແກ້ໄຂໃນຕໍ່ບັນຫາໜ້າໃຫ້ຖືກຕ້ອງ, ສອດຄ່ອງຕາມພາລະບົດບາດ, ສິດໜ້າທີ່ ແລະ ດີຂຶ້ນກວ່າເກົ່າ.
