ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ຂອງຄະນະປະສານງານ ປົກປ້ອງລະບຽບກົດໝາຍຂັ້ນແຂວງ

ມ.ກ. 16, 2025

ໃນຕອນເຊົ້າວັນພຸດ ວັນທີ 15 ມັງກອນ 2025 ຄະນະປະສານງານປົກປ້ອງລະບຽບກົດໝາຍຂັ້ນແຂວງ ໄດ້ຈັດກອງປະຊຸມຂຶ້ນ ທີ່ຫ້ອງປະຊຸມຊັ້ນ 02 ຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງສະຫາຍ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນປະທານຄະນະປະສານງານປົກປ້ອງລະບຽບກົດໝາຍຂັ້ນແຂວງ ເຂົ້າຮ່ວມມີບັນດາສະຫາຍທີ່ເປັນຄະນະກຳມະການ ແລະ ກອງເລຂາຄະນະປະສານງານປົກປ້ອງລະບຽບກົດໝາຍຂັ້ນແຂວງ ເຂົ້າຮ່ວມ.

ຄະນະປະສານງານປົກປ້ອງກົດໝາຍຂັ້ນແຂວງ  ເປັນອົງການຈັດຕັ້ງສະເພາະກິດໜຶ່ງ ທີ່ເຄື່ອນໄຫວວຽກງານຢູ່ພາຍໃຕ້ການນຳພາ ຊີ້ນໍາ; ໂດຍກົງຂອງສະຫາຍຮອງເລຂາພັກແຂວງແນໃສ່ເຮັດໃຫ້ການປະສານສົມທົບ ລະຫວ່າງ ບັນດາພະແນກການ ແລະ ອົງການປົກປ້ອງລະບຽບກົດໝາຍ ຢູ່ຂັ້ນແຂວງ ໃນການແກ້ໄຂຄໍາຮ້ອງທຸກຂອງປະຊາຊົນໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ ສັກສິດ ແລະ ຍຸຕິທໍາ, ຄົ້ນຄວ້າປຶກສາຫາລືແກ້ໄຂຄໍາຮ້ອງທຸກຂອງປະຊາຊົນ ຜູ້ທີ່ເຫັນວ່າຕົນເອງບໍ່ໄດ້ຮັບຄວາມເປັນທໍາ ຫຼື ຖືກລ່ວງລະເມີດສິດທິຂອງຕົນ ຕາມລະບຽບກົດໝາຍ, ວາງວິທີການ, ມາດຕະການທີ່ຖືກຕ້ອງສອດຄ່ອງ ຕາມລັດຖະ ທໍາມະນູນ ແລະ ກົດໝາຍ ເພື່ອສະກັດກັ້ນ ແລະ ຕ້ານທຸກການກະທໍາທີ່ລະເມີດກົດໝາຍ. ຊຶ່ງກອງປະຊຸມໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດໃນໄລຍະ 01 ປີຜ່ານມາ ຂອງຄະນະປະສານງານປົກປ້ອງລະບຽບກົດໝາຍຂັ້ນແຂວງໄດ້ປະຕິບັດຕາມພາລະບົດບາດ ສິດ ແລະ ໜ້າທີ່ ໂດຍເນັ້ນໃສ່ແກ້ໄຂບັນຫາທີ່ມີຄວາມຫຍຸ້ງຍາກ, ເຄັ່ງຮ້ອນ ແລະ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ໂດຍຖືເອົາກອງປະຊຸມຄະນະປະສານງານປົກປ້ອງລະບຽບກົດໝາຍຂັ້ນແຂວງ ເປັນບ່ອນປຶກສາຫາລື ແລະ ຕິດຕາມກວດກາບັນຫາສໍາຄັນຕ່າງໆພາຍໃນແຂວງ ເຮັດໃຫ້ບັນຫາທີ່ເກີດຂຶ້ນໄດ້ຮັບການແກ້ໄຂທ່ວງທັນກັບສະພາບການ ເເລະ ກໍານົດເວລາ; ຜ່ານມາໄດ້ຈັດກອງປະຊຸມໄດ້ 04 ຄັ້ງ ມີຜູ້ເຂົ້າຮ່ວມ ທັງຫມົດ 88 ເທື່ອຄົນ, ຍິງ 05 ເທື່ອຄົນ ໄດ້ນໍາເອົາຄໍາຮ້ອງທຸກ, ຄໍາສະເໜີ ແລະ ຄໍາຮ້ອງຂໍຄວາມເປັນທໍາ ຈາກພາກສ່ວນຕ່າງໆ ນໍາເຂົ້າມາຄົ້ນຄວ້າ ແລະ ປຶກສາຫາລືໃນກອງປະຊຸມຄະນະປະສານງານປົກປ້ອງລະບຽບກົດໝາຍຂັ້ນແຂວງ ມີທັງຫມົດ 15 ເລື່ອງ, ມອບໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດສໍາເລັດໄດ້ 03 ເລື່ອງ ແລະ ຍັງສືບຕໍ່ມອບໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງ ປະຕິບັດມີ 12 ເລື່ອງ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວ ປະທານກອງປະຊຸມ ກໍໄດ້ເຈາະຈິ້ມ ແລະ ໃຫ້ທິດຊີ້ນຳ ຊຶ່ງທ່ານໄດ້ເນັ້ນໃຫ້ທຸກທ່ານ ຈົ່ງພ້ອມກັນເປັນເຈົ້າການ ໃນການຈັດຕັ້ງປະຕິບັດສິດ,ພາລະບົກບາດຂອງຕົນໃຫ້ໄດ້ຜົນສຳເລັດ ໂດຍຕິດພັນກັບການປະສານສົບທົບລະຫວ່າງພະແນກການ, ອົງການລັດທຽບເທົ່າພະແນກຂັ້ນແຂວງ ແລະ ອົງການປົກປ້ອງກົດໝາຍຢູ່ຂັ້ນແຂວງ ໃນການແກ້ໄຂ້ຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ໃຫ້ມີຄວາມຖືກຕ້ອງ ມີຄວາມສັກສິດ, ສອດຄ່ອງ ແລະ ຍຸຕິທຳຕາມລະບຽບກົດໝາຍ ເພື່ອຮັບປະກັນຄວາມຍຸຕິທຳໃນສັງຄົມອີກດ້ວຍ.