ກອງປະຊຸມ ວິສາມັນຂອງຄະນະປະຈໍາສະພາປະຊາຊົນແຂວງ

ທ.ວ. 18, 2023

ຕອນເຊົ້າຂອງວັນທີ 13 ທັນວາ 2023 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມວິສາ ມັນຂອງຄະນະປະຈໍາສະພາປະຊາຊົນແຂວງ ຂຶ້ນ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າພະແນກ, ຄະນະພະແນກການກ່ຽວຂ້ອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການຄົ້ົນຄວ້າ, ພິຈາລະນາ ໜັງສືສະເໜີຂອງທ່ານເຈົ້າແຂວງ,ແຂວງອຸດົມໄຊ ກ່ຽວກັບການສະເໜີການດັດແກ້ມູນຄ່າເພີ່ມ ແລະ ຫຼຸດໂຄງການລົງທຶນຂອງລັດ ເຊິ່ງປະກອບມີ 2 ໂຄງການຄື: ໂຄງການຈັດສັນອາຊີບ, ຍົກຍ້າຍ – ເຕົ້າໂຮມປະຊາຊົນຈຸດສຸມ ບ້ານຫ້ວຍໄລ່, ເມືອງງາ, ແຂວງອຸດົມໄຊ, ເປັນໂຄງການປະເພດ V; ໂຄງການປັບປຸງປູຢາງ 2 ຊັ້ນເສັ້ນທາງເລກທີ 1901(ສີ່ແຍກບ້ານໜອງແມງດາ ຫາ ຫໍພັກທະນາຄານແຫ່ງ ສປປ ລາວ ລວງຍາວ 1,10 ກມ ໄລຍະການຈັດຕັ້ງປະຕິບັດ 2023 – 2025. ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາ ຊົນແຂວງ ໄດ້ຕາງໜ້າຄະນະກໍາມະການລາຍງານໃຫ້ຮູ້ວ່າ: ຜ່ານການຄົ້ນຄວ້າບັນດາເນື້ອໃນ ແລະ ເອກະສານຕ່າໆ ກ່ຽວກັບໜັງສືສະເໜີຂອງເຈົ້າແຂວງ – ແຂວງອຸດົມໄຊ ລົງວັນທີ 20 ພະຈິກ 2023 ແລະ ລົງວັນທີ 07 ທັນວາ 2023 ເພື່ອໃຫ້ສະພາປະຊາຊົນແຂວງ ພິຈາລະນາຮັບຮອງ ເຫັນວ່າບັນດາໂຄງການຖືກຕາມກົດໝາຍ ວ່າດ້ວຍ ການລົງທຶນຂອງລັດ ລົງວັນທີ 15 ທັນວາ 2015, ມາດຕາ 54 ການດັດແກ້ມູນຄ່າໂຄງການລົງທຶນຂອງລັດ ຂໍ້ 1 ຂີດໜ້າທີ 4 ລະບຸວ່າ: ສະພາປະຊາຊົນຂັ້ນແຂວງ ພິຈາລະນາດັດແກ້ໃນມູນຄ່າຂອງການດັດແກ້ແຕ່ 5 ຕື້ກີບລົງມາ, ສໍາລັບໂຄງການລົງທຶນປະເພດ V ຂອງອົງການປົກຄອງທ້ອງຖິ່ນ ຕາມການສະເໜີຂອງເຈົ້າແຂວງ ຫຼື ເຈົ້າຄອງນະຄອນຫຼວງ ແລະ ສາເຫດຂອງການດັດແກ້ໂຄງການຖືກຕ້ອງ ແລະ ສອດຄ່ອງຕາມ ມາດຕາ 54 ຂໍ້ 2 ຂີດໜ້າທີ 1 ກຳນົດວ່າ ລາຄາວັດສະດຸກໍ່ສ້າງໃນຕະຫຼາດເພີ່ມຂຶ້ນເກີນກວ່າ15%ຂອງລາຄາໃນວັນເຊັນສັນຍາ ແລະ ດ້ານອື່ນໆ.    ຫຼັງຈາກນັ້ນ, ບັນດາທ່ານເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນເພີ່ມເຕີ່ມ ແລະ ຊີ້ແຈງ ຕໍ່ການມີຄໍາເຫັນຂອງບັນດາຄະນະປະຈໍາສະພາປະຊາຊົນແຂວງ ຢ່າງກົງໄປກົງມາ, ເພື່ອໃຫ້ຄະນະປະຈໍາສະພາປະຊາຊົນແຂວງພິຈາລະນາຮັບຮອງເອົາ.ພາບ/ຂ່າວ: ສະພາປະຊາຊົນແຂວງ.