ຕອນເຊົ້າຂອງວັນທີ 13 ກຸມພາ 2025 ນີ້, ຄະນະເລຂາທິການ ສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຂອງຕົນຂຶ້ນ ທີ່ສະໂມສອນເມືອງສາລະວັນ; ໂດຍການເປັນປະທານຂອງທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂອ້ລົມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານ ຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ບັນດາທ່ານຫົວໜ້າ-ຮອງຫົວໜ້າພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ແລະ ຜູ້ຊ່ວຍວຽກສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເຂົ້າຮ່ວມຢ່າງພ້ອມພຽງ;
![](https://na.gov.la/wp-content/uploads/2025/02/MG_0868-1024x683.jpg)
ໃນທີ່ປະຊຸມ ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ໄດ້ກ່າວພິທີເປີດໃນທີ່ປະຊຸມ ການດໍາເນີນກອງປະຊຸມມື້ນີ້ ເປັນການສະຫຼຸບຕີລາຄາການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 1 ປີຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວປະຈຳປີ 2025 ຂອງຄະນະເລຂາທິການ ໃນການເປັນເສນາທິການ ໃຫ້ແກ່ສະພາປະຊາຊົນແຂວງ ແລະ ຄະນະປະຈໍາສະພາປະຊາຊົນແຂວງ; ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ວຽກການຄົ້ນຄວ້າ-ສັງລວມ ເນື້ອໃນວຽກງານຮອບດ້ານ, ສ້າງສິ່ງອໍານວຍຄວາມສະດວກ, ຄຸ້ມຄອງວຽກບໍລິຫານ, ແຜນການ ແລະ ການເງິນ, ຄຸ້ມຄອງວຽກງານຈັດຕັ້ງ-ພະນັກງານ ຂອງສະພາປະຊາຊົນແຂວງ; ພ້ອມທັງຍົກໃຫ້ເຫັນດ້ານຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຖອດຖອນໄດ້, ການປະສານສົມທົບລະຫວ່າງຄະນະເລຂາທິການ ກັບບັນດາຄະນະກໍາມະການ, ພະແນກການ, ອົງການທຽບເທົ່າຂອງແຂວງ, ເມືອງ ແນໃສ່ເຮັດໃຫ້ເປັນການປັບປຸງແກ້ໄຂວຽກງານຂອງຄະນະເລຂາທິການ ໃນການເປັນເສນາທິການໃຫ້ແກ່ສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ໃຫ້ນັບມື້ດີຂຶ້ນກວ່າເກົ່າ; ທ່ານໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມຈົ່ງສຸມໃສ່ຄົ້ນຄວ້າ, ຕີລາຄາ, ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນໃສ່ບັນດາເນື້ອໃນທີ່ໄດ້ນໍາເຂົ້າມາປຶກສາຫາລື ເພື່ອສະເໜີວິທີການແກ້ໄຂຢ່າງກົງໄປກົງມາ ກ່ຽວກັບດ້ານດີ, ດ້ານອ່ອນ, ສາເຫດຂໍ້ຄົງຄ້າງ ເຊິ່ງຈະເປັນຂໍ້ມູນນໍາໄປປັບປຸງ, ແກ້ໄຂວຽກງານໃນຕໍ່ໜ້າ ຢ່າງມີຈຸດສຸມ ແນໃສ່ເຮັດໃຫ້ການດໍາເນີນກອງປະຊຸມ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້;
ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີ ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ໂດຍທ່ານ ບຸນໂຮມ ບົວວິໄລ ຮອງເລຂາທິການສະພາປະຊາຊົນແຂວງ; ຮັບຟັງການເຜີຍແຜ່ນິຕິກໍາ ຂໍ້ຕົກລົງ ວ່າດ້ວຍກໍານົດໝາຍ ການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ການຕ້ານການຟຸມເຟືອຍ ເລກທີ 0012/ກງ ລົງວັນທີ 3 ມັງກອນ 2025 ແລະ ຄໍາແນະນໍາ ເລກທີ 4524/ກງ ລົງວັນທີ 13 ທັນວາ 2024 ວ່າດ້ວຍການປັບປຸງເງິນອຸດໜູນ ແລະ ນະໂຍບາຍຕ່າງໆ; ຈາກນັ້ນ, ກໍໄດ້ສຸມໃສ່ຄົ້ນຄວ້າ, ຕີລາຄາ, ແລກປ່ຽນບົດຮຽນ ນໍາໄປປັບປຸງຈຸດຂາດຕົກບົກຜ່ອງເພື່ອແກ້ໄຂວຽກງານໃນຕໍ່ໜ້າຂອງຄະນະເລຂາທິການ ສະພາປະຊາຊົນແຂວງ ໃຫ້ນັບມືມີປະສິດທິພາບ-ປະສິດທິຜົນສູງຂຶ້ນ;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ