ວັນທີ 15 ພຶດສະພາ 2025 ນີ້, ທີ່ສະໂມສອນເມືອງບົວລະພາ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ໂດຍການເຂົ້າຮ່ວມ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ຮອງເຈົ້າແຂວງຄຳມ່ວນ ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ; ບັນດາຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ, ເຈົ້າເມືອງບົວລະພາ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 162 ທ່ານ, ຍິງ 35 ທ່ານ.


ໃນກອງປະຊຸມ ຕາງໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານການຈັດຕັ້ງປະຕິບັດ ຜົນການປະເມີນ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021; ມີ 7 ໝວດ, 28 ມາດຕາ ເຊິ່ງມີເນື້ອໃນກໍານົດຈຸດປະສົງ, ຫຼັກການ, ລະບຽບການ, ມາດຕະການ, ຂອບເຂດການນໍາໃຊ້, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານດັ່ງກ່າວ; ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຟັງການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ, ເພື່ອເຮັດໃຫ້ມີເນື້ອໃນສອດຄ່ອງສົມບູນຂຶ້ນກວ່າເກົ່າ.

ຕອນທ້າຍກອງປະຊຸມ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະຮັບຜິດຊອບຕິດຕາມກວດກາຂອງສະພາປະຊາຊົນແຂວງຄຳມ່ວນ ທີ່ໄດ້ມີຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ ເປັນຕົ້ນແມ່ນໄດ້ພະຍາຍາມປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ,ທັງໄດ້ລົງຕິດຕາມກວດກາຢູ່ບັນດາເມືອງຈຳນວນໜຶ່ງ ແລະ ປະສານສົມທົບກັບພະແນກການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປຶກສາຫາລື ໂດຍສະເພາະກໍແມ່ນກອງປະຊຸມໃນມື້ນີ້ ເພື່ອຈະກວດກາຄວາມພ້ອມ, ການກະກຽມ ການຕິດຕາມການປະເມີນແລ້ວລາຍງານຕໍ່ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະໄໝສາມັນ ຕໍ່ບັນຫາດັ່ງກ່າວນີ້ ເປັນໜຶ່ງໃນບັນຫາທີ່ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊີ້ນຳ; ສຳລັບເນື້ອໃນສັງລວມຂອງບົດລາຍງານ ແມ່ນເຫັນດີເປັນເອກະພາບ ແຕ່ຢາກເນັ້ນຕື່ມບາງບັນຫາດັ່ງນີ້: ການຕິດຕາມກວດກາ ການປະເມີນຜົນ ຊຸດນີ້ ຕ້ອງຕີລາຄາໃຫ້ໄດ້ວ່າ ການສະຫຼຸບ, ຕີລາຄາຄືນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ຄຳມ່ວນ ສະບັບເລກທີ 1163/ຈຂ.ຄມ, ລົງວັນທີ 12 ສິງຫາ 2021 ວ່າດ້ວຍ ການຄຸ້ມຄອງສິ່ງເສດເຫຼືອ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ຢູ່ແຂວງຄໍາມ່ວນ ໃຫ້ເຫັນ ດ້ານດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເພື່ອປັບປຸງຂໍ້ຕົກລົງສະບັບດັ່ງກ່າວ ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ທີ່ຈະປັບປຸງ ແກ້ໄຂເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານມີຄຸນນະພາບ. ໂອກາດໃນດຽວກັນນີ້, ທ່ານ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາຍັງໂຄງການພາຍໃຕ້ແຜນງານມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງໂດຍກົດໝາຍໄລຍະ II ( ໂຄງການເຊກ້າ CEGGA-phase II ) ທີ່ໃຫ້ທຶນຊ່ວຍເຫຼືອ ໃນການຈັດກອງປະຊຸມໃນຄັ້ງນີ້.
ໂດຍ: ເອື້ອ ມະໂນສິງ