loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມ ຄົບຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ( ຄວສຜ ) ປະຈຳປີ 2023.

​ພ.ຈ. 30, 2023 | ເຂດ 12 ຄຳມ່ວນ

     ວັນທີ 29 ພະຈິກ 2023 ທີ່ຫ້ອງປະຊຸມ ສະພາປະຊາຊົນແຂວງຄໍາມ່ວນ (ສພຂ), ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ (ຄວສຜ) ສພຂ, ໄດ້ສໍາເລັດກອງປະຊຸມຄົບຄະນະ ປະຈໍາປີ 2023, ໂດຍການເປັນປະທານຂອງທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ປະທານ ຄວສຜ, ໃຫ້ກຽດເຂົ້າຮ່ວມມີທ່ານ ບົວພັນ ແສງຈັນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ; ມີບັນດາທ່ານຄະນະປະຈໍາ ສພຂ, ຄະນະກໍາມະການ, ຄະນະເລຂາທິການ, ສະມາຊິກ ສພຂ ທີ່ເປັນ ຄວສຜ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂົງເຂດວັດທະນະທໍາສັງຄົມ.
       ໃນກອງປະຊຸມໄດ້ຮັບຟັງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2023 ແລະ ທິດທາງແຜນການເຄື່ອນໄຫວປີ 2024 ຂອງກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ເພື່ອຕີລາຄາຜົນງານທີ່ຜ່ານມາ ເຊິ່ງຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ; ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງ ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກສາທາລະນະສຸກແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະແນກພາຍໃນແຂວງ ແລະ ວຽກງານຊົນເຜົ່າ ແລະ ສາສະໜາ, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການຕິດຕາມກວດກາວຽກງານຄໍາຮ້ອງຄໍາສະເໜີໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ.
     ໂອກາດດັ່ງກ່າວ, ທ່ານ ບົວພັນ ແສງຈັນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຕາງໜ້າຄະນະປະຈໍາສະພາປະຊາຊົນແຂງຄໍາມ່ວນ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ກໍຄືບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ສັງກັດຄະນະກໍາມະການ ທີ່ໄດ້ມີຄວາມເອົາໃຈໃສ່, ມີຄວາມພະຍາຍາມສູງ ໃນການນໍາພາການເຄື່ອນໄຫວປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ, ພ້ອມນັ້ນ ທ່ານຮອງປະທານສະພາປະຊາຊົນແຂວງ ຍັງໄດ້ເນັ້ນໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ທົບທວນຄືນ, ກໍາແໜ້ນທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ເປັນຕົ້ນ: ການເຄື່ອນໄຫວຂອງສະພາປະຊາຊົນແຂວງຄໍາມ່ວນ 2023-2025 ໂດຍຕິດພັນກັບຂົງເຂດວັດທະນະທໍາ-ສັງຄົມ ນັບທັງແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ ເປັນຕົ້ນແມ່ນການຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາຕົວຊີ້ວັດ (ຄາດໝາຍ) ຂອງຂະແໜງການວັດທະນະທໍາ-ສັງຄົມ; ສືບຕໍ່ເອົາໃຈໃສ່ຕິດຕາມກວດກາວຽກງານຂົງເຂດວັດທະນະທໍາ-ສັງຄົມ: ເປັນຕົ້ນຂະແໜງການສຶກສາ ເຊິ່ງປັດຈຸບັນເຫັນວ່າມີຜົນກະທົບດ້ານສັງຄົມຢູ່ບໍ່ໜ້ອຍ ເປັນຕົ້ນ: ອັດຕາການເຂົ້າຮຽນໃນຊັ້ນຕ່າງໆ, ສະພາບການຮຽນ-ການສອນ ຢູ່ເຂດຊົນນະບົດ-ເຂດຫ່າງໄກສອກຫຼີກ; ຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ: ການຕິດຕາມ ການປັບປຸງຄຸນນະພາບຂອງແຮງງານ (ຄວາມເຂັ້ມແຂງຂອງແຮງງານ), ການສ້າງວຽກເຮັດງານທໍາ, ການແຕກໂຕນກັນ ລະຫວ່າງ ສັງຄົມຊົນນະບົດ ແລະ ສັງຄົມຕົວເມືອງ; ຮຽກຮ້ອງໃຫ້ບັນດາທ່ານລົງເລິກບັນດາວຽກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນ ແລະ ຂົງເຂດຂອງກໍາມາທິການວັດທະນະທໍາ-ສັງຄົມ ເພື່ອລົງເລິກ, ກໍາແໜ້ນບັນຫາ, ພ້ອມນັ້ນ ກໍໃຫ້ເອົາໃຈໃສ່ໃນລະບົບການສ່ອງແສງລາຍງານ ໃຫ້ກໍາມະກຳການ ເດືອນລະເທື່ອ ຕາມໜ້າວຽກຕົວຈິງ; ກໍາມະການ ສືບຕໍ່ເອົາໃຈໃສ່ເພີ່ມທະວີວຽກງານການສ້າງຄວາມເຂັ້ມແຂງ ເປັນຕົ້ນແມ່ນການເຝິກອົບຮົມໃຫ້ ສະມາຊິກສະພາປະຊາຊົນຂັ້ນແຂວງ ທີ່ສັງກັດກຳມະການ ຕະຫຼອດຮອດພະນັກງານທີ່ເປັນເສນາທິການຂົງເຂດວັດທະນະທໍາ-ສັງຄົມ; ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ມີຄວາມເລິກເຊິ່ງ, ເຂັ້ມແຂງ ຂຶ້ນເປັນກ້າວໆ.
ໂດຍ: ເອື້ອ ມະໂນສິງ