ຕອນເຊົ້າວັນທີ 31 ທັນວາ 2025, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ທັນວາ 2025, ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງລ້ວມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ວິຊາການຂະແໜງ ການຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.


ກອງປະຊຸມ, ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ຄະນະປະຈໍາ, ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ໄດ້ຜ່ານໜັງສືສະເໜີຂອງປະທານຄະນະກໍາມະການປົກຄອງແຂວງ ຈໍານວນ 3 ສະບັບຄື: ໜັງສືສະເໜີ ເລກທີ 0016/ຄປຂ, ລົງວັນທີ 5 ທັນວາ 2025; ໜັງສືສະເໜີ ເລກທີ 0017/ຄປຂ, ລົງວັນທີ 19 ທັນວາ 2025, ໜັງສືສະ ເໜີ ເລກທີ 0163/ຄປຂ, ລົງວັນທີ 26 ທັນວາ 2025 ແລະ ບົດລາຍງານການຄົ້ນຄວ້າ 3 ໜັງສືສະເໜີດັ່ງກ່າວ. ພ້ອມກັນນັ້ນ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ໄດ້ມີຄໍາເຫັນແລກປ່ຽນ, ຊັກຖາມເພີ່ມເຕີ່ມ ແລະ ພະແນກການກ່ຽວຂ້ອງໄດ້ຊີ້ແຈງ ແລະ ໃຫ້ຂໍ້ມູນເພີ່ມເຕີມ, ທັງນີ້ກໍ່ເພື່ອເປັນການຮັບປະກັນໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມຖືກຕ້ອງສອດຄອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ປະຕິບັດຕາມວາລະ, ກອງປະຊຸມຍັງໄດ້ຜ່ານຮ່າງສະຫຼຸບຕີລາຄາຄືນ ການເຄື່ອນໄຫວວຽກງານປະຈໍາເດືອນທັນວາ ແລະ ວາງທິດທາງແຜນການ ປະຈໍາເດືອນ ມັງກອນ 2026 ພ້ອມນັ້ນ, ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນສົມບູນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
