(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນພະຈິກ 2025 ໄດ້ດໍາເນີນໃນຕອນເຊົ້າວັນທີ 28 ພະຈິກນີ້ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານ ແລະ ກຳມະການ ຄປຈສພຊ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 12/ລບ, ລົງວັນທີ 24 ພະຈິກ 2025 ສະເໜີພິຈາລະນາຮັບຮອງເອົາ ແລະ ຜ່ອນຜັນການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ຂອງບໍລິສັດ ຊີຈີເອັນ ລາວ ຈຳກັດຜູ້ດຽວ ແລະ ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 122/ລບ, ລົງວັນທີ 15 ຕຸລາ 2025 ທີ່ສະເໜີຂໍຫັນປ່ຽນປະເພດທີ່ດິນປ່າໄມ້ ເປັນທີ່ດິນປະເພດອື່ນ ລັກສະນະຖາວອນ ແລະ ລັກສະນະຊົ່ວຄາວ ທີ່ນອນຢູ່ໃນເຂດອຸທິຍານແຫ່ງຊາດ ດົງຫົວສາວ ແລະ ນອນໃນປ່າປ້ອງກັນແຫ່ງຊາດ ຍອດນ້ຳພູພຽງບໍລິເວນ ເພື່ອນຳໃຊ້ເຂົ້າໃນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳພາກ ຢູ່ເມືອງປາກຊ່ອງ ແລະ ເມືອງປະທຸມພອນ ແຂວງຈຳປາສັກ ຂອງບໍລິສັດ ຈະເລີນເຊກອງພັດທະນາ ຈຳກັດ.
ຕອນສວາຍຂອງວັນດຽວກັນ, ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມໄດ້ສືບຕໍ່ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ: ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການສະເໜີຂໍພິຈາລະນາຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍໃນມະຕິເພີ່ມຕື່ມຂອງຄະນະປະຈຳສະພາແຫ່ງຊາດ ທີ່ພົວພັນກັບໂຄງການເຂື່ອນໄຟຟ້າດອນສະໂຮງ ແລະ ລາຍງານຄືນຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ກ່ຽວກັບການຂໍພິຈາລະນາອອກມະຕິຮັບຮອງເອົາສັນຍາໂອນຮຸ້ນ 60% ໃນໂຄງການເຂື່ອນໄຟຟ້ານ້ຳເທີນຫີນບູນ ຂອງບໍລິສັດໄຟຟ້າລາວ ໃຫ້ແກ່ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ.
(ນາງ ອາລິນ ສຸພິມມະປະດິດ)

