ກອງປະຊຸມ ຄປຈສພຊ ປະຈຳເດືອນກັນຍາ

ຕ.ລ. 10, 2025

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນກັນຍາ 2025 ໄດ້ດໍາເນີນໃນວັນທີ 8-9 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ປຶກສາຫາລືຫົວຂໍ້, ວັນ, ເວລາ ຂອງກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ກອງປະຊຸມຄັ້ງປະຖົມມະລືກຂອງຄະນະກຳມະການເລືອກຕັ້ງລະດັບຊາດ; ບົດລາຍງານເພີ່ມກ່ຽວກັບການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 57/ລບ, ລົງວັນທີ 7 ພຶດສະພາ 2025 ກ່ຽວການພິຈາລະນາຮັບຮອງເອົາວຽກງານຊາຍແດນເຊື່ອມຕໍ່ລະຫວ່າງນະຄອນຫຼວງກັບແຂວງ, ແຂວງກັບແຂວງ ໃນຂອບເຂດທົ່ວປະເທດ; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 89/ລບ, ລົງວັນທີ 9 ກໍລະກົດ 2025 ສະເໜີຂໍດັດແກ້ມູນຄ່າໂຄງການທະລຸ ແລະ ຍົກລະດັບເສັ້ນທາງ ແຕ່ບ້ານວຽງໄຊ-ຫຼັກໝາຍ 009-ບ້ານລະມ່ອງ ເມືອງພູວົງ ແຂວງອັດຕະປື ເປັນເສັ້ນທາງຍຸດທະສາດປ້ອງກັນຊາດ ເຊິ່ງກະຊວງປ້ອງກັນປະເທດ ເປັນຜູ້ຈັດຕັ້ງປະຕິບັດ ແລະ ເປັນໂຄງການບຸລິມະສິດຂອງລັດຖະບານທີ່ຮີບດ່ວນ ເພື່ອແກ້ໄຂບັນຫາຄວາມບໍ່ສະຫງົບລະຫວ່າງຊາຍແດນ ລາວ-ກຳປູເຈຍ; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 108/ລບ, ລົງວັນທີ 1 ກັນຍາ 2025 ສະເໜີຂໍດັດແກ້ມູນຄ່າສັນຍາໂຄງການກໍ່ສ້າງທາງປູຢາງສອງຊັ້ນ ແຕ່ 3 ແຍກບ້ານໃໝ່ ເມືອງຫຼວງນ້ຳທາ-ເມືອງນາແລ ແຂວງຫຼວງນ້ຳທາ; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 107/ລບ, ລົງວັນທີ 1 ກັນຍາ 2025 ຂໍສະເໜີດັດແກ້ຫົວໜ່ວຍລາຄາ ແລະ ມູນຄ່າສັນຍາໂຄງການກໍ່ສ້າງທາງປູຢາງສອງຊັ້ນ ແຕ່ບ້ານທ່ານາສາ (ລຽບຕາມສາຍນ້ຳສັງ) ຫາບ້ານວັງມ້າ ເມືອງສັງທອງ ເຊື່ອມຕໍ່ທາງບ້ານເຕົາໄຫ ອອກສູ່ບ້ານຫ້ວຍອີ່ເລີດ ເມືອງຫີນເຫີບ ແຂວງວຽງຈັນ; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 94/ລບ, ລົງວັນທີ 16 ກໍລະກົດ 2025 ທີ່ຂໍສະເໜີຫັນປ່ຽນທີ່ດິນປ່າໄມ້ ເປັນດິນປະເພດອື່ນລັກສະນະຖາວອນ ທີ່ນອນໃນປ່າປ້ອງກັນແຫ່ງຊາດ ແຫຼ່ງນ້ຳກົງ-ເຊຊຸ ແລະ ປ່າຜະລິດນ້ຳກົງ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງແລວສາຍໄຟຟ້າແຮງສູງ 115 KV ຈາກສະຖານີເຂື່ອນໄຟຟ້າເຊກອງຕອນລຸ່ມ ເອ ຢູ່ເມືອງສະໜາມໄຊ ຫາສະຖານີໃໝ່ 500 KV ຢູ່ເມືອງພູວົງ ແຂວງອັດຕະປື; ລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 84/ລບ, ລົງວັນທີ 25 ກໍລະກົດ 2025 ການຂໍສະເໜີຫັນປ່ຽນປະເພດທີ່ດິນທີ່ມີປ່າໄມ້ ເປັນທີ່ດິນປະເພດອື່ນລັກສະນະຊົ່ວຄາວ ທີ່ນອນໃນປ່າຜະລິດພູສາມຫຼ່ຽມ ເພື່ອນຳໃຊ້ເຂົ້າໃນໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກ ແຮ່ຊືນ, ແຮ່ສັງກະສີ ແລະ ແຮ່ເຫຼັກ ຢູ່ເຂດບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມບູນ; ລາຍງານຄວາມຕ້ອງການງົບປະມານເພີ່ມຂອງບັນດາອົງການລັດ ແລະ ຜູ້ປະກອບການ ສຳລັບປີ 2025; ລາຍງານຜົນສຳເລັດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ; ລາຍງານຄວາມຄືບໜ້າໃນການສ້າງປຶ້ມ “50 ປີ ແຫ່ງສາຍພົວພັນລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ກັບ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ, ການຮ່ວມມືຮອບດ້ານ ແລະ ການພັດທະນາ”; ລາຍງານຜົນການເຝິກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈ ພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ລາຍງານກ່ຽວກັບການແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ.
ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.

(ນາງ ອາລິນ ສຸພິມມະປະດິດ)