ກອງປະຊຸມ ຄປຈສພຊ ປະຈຳເດືອນກໍລະກົດ

​ກ.ກ. 30, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນກໍລະກົດ 2025 ໄດ້ດໍາເນີນໃນວັນທີ 28-29 ກໍລະກົດນີ້ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ລາຍງານຜົນສໍາເລັດການຮຽບຮຽງເນື້ອໃນກົດໝາຍ 10 ສະບັບ ທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນນີ້, ສ້າງໃໝ່ 5 ສະບັບ: ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ, ກົດໝາຍວ່າດ້ວຍການປູກຝັງ, ກົດໝາຍວ່າດ້ວຍພະນັກງານໄອຍະການ, ກົດໝາຍວ່າດ້ວຍສັງຄົມສົງເຄາະ, ກົດໝາຍວ່າດ້ວຍສາມັນສຶກສາ ແລະ ປັບປຸງ 5 ສະບັບ: ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ລາຍງານຄວາມຄືບໜ້າຂອງການປັບປຸງກົດໝາຍທີ່ຜ່ານການພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7 ແລະ ເທື່ອທີ 8 ຂອງ ສພຊ ຊຸດທີ IX ຈຳນວນ 4 ສະບັບ ຄື: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ; ບົດລາຍງານການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 57/ລບ, ລົງວັນທີ 7 ພຶດສະພາ 2025 ກ່ຽວກັບການພິຈາລະນາຮັບຮອງເອົາວຽກງານເຂດແດນເຊື່ອມຕໍ່ລະຫວ່າງ ນະຄອນຫຼວງ ກັບ ແຂວງ, ແຂວງ ກັບ ແຂວງ ໃນຂອບເຂດທົ່ວປະເທດ; ບົດລາຍງານກ່ຽວກັບການຕິດຕາມກວດກາການຜັນຂະຫຍາຍມາດຕາຂອງກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ປະຈຳປີ 2025 ແລະ ການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ປະຈຳປີ 2025 ຂອງຄະນະປະຈຳສະພາແຫ່ງຊາດ; ລາຍງານຄວາມຄືບໜ້າການຮຽບຮຽງປຶ້ມ 50 ປີ ສະພາແຫ່ງຊາດ ແລະ ການສ້າງບັນດາປະມວນປຶ້ມເອກະສານກ່ຽວກັບສະພາແຫ່ງຊາດ; ບົດລາຍງານກ່ຽວກັບຜົນການຄົ້ນຄວ້າໜັງສືສະເໜີສະບັບເລກທີ 48/ລບ, ລົງວັນທີ 11 ເມສາ 2025 ຂອງລັດຖະບານ ທີ່ສະເໜີໃຫ້ຕີຄວາມໝາຍ ແລະ ອະທິບາຍມາດຕາ 139 ແລະ ມາດຕາ 140 ຂອງກົດໝາຍວ່າດ້ວຍທີ່ດິນ; ລາຍງານກ່ຽວກັບການສະເໜີຂໍນຳໃຊ້ເງິນເກີນແຜນຂອງທ້ອງຖິ່ນ ປີ 2024 (ແຂວງໄຊຍະບູລີ ແລະ ແຂວງເຊກອງ); ບົດລາຍງານກ່ຽວກັບການສະເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ; ລາຍງານກ່ຽວກັບຄວາມຄືບໜ້າໃນການກະກຽມວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ລາຍງານຮ່າງແຜນການຕິດຕາມກວດກາ 4 ຄະນະ ຂອງຄະນະປະຈຳສະພາແຫ່ງຊາດ ໄລຍະ 6 ເດືອນທ້າຍປີ 2025 ກ່ຽວກັບໂຄງການພັດທະນາທີ່ສົ່ງຜົນກະທົບກວ້າງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສິ່ງແວດລ້ອມ; ລາຍງານກ່ຽວກັບຜົນການເຄື່ອນໄຫວຕິດຕາມກວດກາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ແຂວງຜົ້ງສາລີ ແລະ ແຂວງໄຊຍະບູລີ.
ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນດາບົດລາຍງານທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາຢ່າງມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
(ນາງ ກຸກກິກ ບຸດດາໄຊ)