
ກອງປະຊຸມໃຫຍ່ຄັ້ງທີ VII ຂອງກຳມະບານຮາກຖານສະພາປະຊາຊົນແຂວງອຸດົມໄຊ, ໄດ້ໄຂຂຶ້ນໃນຕອນບ່າຍຂອງວັນພະຫັດທີ 26 ກັນຍາ 2024, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອຸດົມໄຊ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຄໍາພອນ ພິມມະຈັນ ປະທານກຳມະບານຮາກຖານສະພາປະຊາຊົນແຂວງອຸດົມໄຊ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ສົມສັກ ຄໍາລ້ານ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ,ມີສະຫາຍ ນາງ ວັນສີ ພວງມະໄລ ເລຂາໜ່ວຍພັກ, ມີແຂກເຊີນຈາກກຳມະບານຮາກຖານອ້ອມຂ້າງ ແລະ ສະມະຊິກກຳມະບານພາຍໃນສະພາປະຊາຊົນແຂວງອຸດົມໄຊ ເຂົ້າຮ່ວມ.


ສະຫາຍ ນາງ ຄໍາພອນ ພິມມະຈັນ ປະທານກຳມະບານຮາກຖານ ສະພາປະຊາຊົນແຂວງອຸດົມໄຊ, ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ໃນໄລຍະ 5 ປີຜ່ານມາ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ດ້ວຍການນຳເອົາເອກະສານມູນເຊື້ອ, ແນວທາງນະໂຍບາຍຂອງພັກ, ມູນເຊື້ອປະຫວັດສາດຂອງຊາດ-ຂອງອົງການຈັດຕັ້ງມະຫາຊົນ, ລະບຽບກົດໝາຍມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເປັນຕົ້ນ: ຜົນສໍາເລັດກອງປະຊຸມໃຫຍ່ສະຫະພັນກໍາມະບານລາວຄັ້ງທີ VIII; ເອກະສານການເມືອງແນວຄິດ, ມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານແຂວງອຸດົມໄຊ ຄັ້ງທີ IX, ມູນເຊື້ອວັນມະກອນສາກົນ, ວັນສ້າງຕັ້ງສະຫະພັນກໍາມະບານລາວ, ສະຫະພັນກຳມະບານແຂວງອຸດົມໄຊ ແລະ ອື່ນໆ ພ້ອມທັງເຂົ້າຮ່ວມຂະບວນການຊຸມນຸມມິດຕິ່ງ, ຮັບຟັງການໂອ້ລົມຂອງການນໍາຂັ້ນສູງເນື່ອງໃນໂອກາດຕ່າງໆ ເພື່ອຍົກສູງຄວາມຮູ້, ສະຕິຕໍ່ການຈັດຕັ້ງ, ສ້າງໃຫ້ສະມາຊິກກໍາມະບານພາຍໃນຮາກຖານມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນພາ ຂອງ ພັກ-ລັດ ແລະ ມີຄວາມຮັບຜິດຊອບສູງຕໍ່ວຽກງານວິຊາສະເພາະ ຂອງຕົນ.


ປະຕິບັດຕາມວາລະ ກອງປະຊຸມຄັ້ງນີ້ ຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລຶກໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ເປັນປະທານກຳມະບານຮາກຖານຊຸດໃໝ່, ສະຫາຍ ວົງສີ ບຸນທີໃຈ ເປັນຮອງປະທານ, ສະຫາຍ ທະນາກອນ ເຍມະນີ ເປັນຄະນະ, ພ້ອມນັ້ນ ກອງປະຊຸມໄດ້ປະຕິບັດວາລະສໍາຄັນຕ່າງໆ ຕາມລະບຽບການ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ສົມສັກ ຄໍາລ້ານ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ຕື່ມອີກ.
ພາບ/ຂ່າວ: ສພຂ.