ກອງປະຊຸມໃຫຍ່ ກໍາມະບານຮາກຖານ ສະພາປະຊາຊົນ ແຂວງວຽງຈັນ ຄັ້ງທີ IV

ມ.ຖ. 28, 2024

ກຳມະບານຮາກຖານສະພາປະຊາຊົນແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ IV ຂອງຕົນຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ທອງສູນ ຊາມູນຕຣີ ປະທານກຳມະບານຮາກຖານ ສະພາປະຊາຊົນແຂວງວຽງຈັນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ວໍຣະສອນ ສີອັກຄະສອນ ເລຂາໜ່ວຍພັກ ປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງວຽງຈັນ, ມີສະຫາຍ ຄຳຫລ້າ ສີສຸວົງ ຄະນະໜ່ວຍພັກ ເລຂາທິການສະພາປະຊາຊົນແຂວງວຽງຈັນ, ຄະນະໜ່ວຍແມ່ຍິ່ງສະພາປະຊາຊົນແຂວງ, ຄະນະຊາວໜຸ່ມສະພາປະຊາຊົນແຂວງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ແລະ ສະມາຊິກກໍາມະບານພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ດຳເນີນການປ່ອນບັດຄັດເລືອກເອົາຄະນະປະທານກຳມະບານຮາກຖານ ສະພາປະຊາຊົນແຂວງວຽງຈັນ ຊຸດ  ໃໝ່, ກອງປະຊຸມໄດ້ເປັນເອກະຊັນເລືອກເອົາສະຫາຍ ທອງສູນ ຊາມູນຕຣີ ເປັນປະທານ, ສະຫາຍ ສາຍສະໝອນ ວໍຣະຈິດ ເປັນຮອງ – ທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ໄຊຍະພອນ ແສງແກ້ວມີໄຊ ເປັນຄະນະ. ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ມີຖຸນາ 2024.

ໃນຕອນທ້າຍກອງປະຊຸມ ກໍ່ໄດ້ຮັບຟັງການໂອລົມ ຈາກ ສະຫາຍ ວໍຣະສອນ ສີອັກຄະສອນ ເລຂາໜ່ວຍພັກ ປະທານຄະນະບໍລິຫານງານ ສະຫະພັນກຳມະບານແຂວງວຽງຈັນ, ທາ່ນໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານການເຄື່ອນໄຫວຂອງກໍາມະບານຮາກຖານກໍ່ຄືສະມາຊິກກໍາມະບານ  ພ້ອມນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ຄະນະກໍາມະບານຮາກຖານສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ສະມາຊິກກໍາມະບານຈົ່ງພ້ອມການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າທີຕິດພັນກັບການປະຕິບັດວຽກງານວິຊາສະເພາະຂອງແຕ່ລະສະຫາຍດ້ວຍຄວາມຮັບຜິດຊອບໃຫ້ສໍາເລັດ ແລະ ປະກົດຜົນເປັນຈິ່ງ.

 

ພາບ-ຂ່າວ ບູລາຕີ ແສນທະວົງ