loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມໃຫຍ່ສະມາຊິກແມ່ຍິງ ຄັ້ງທີ I ສະຫະພັນແມ່ຍິງຮາກຖານ ກວທສ

​ກ.ກ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ສະມາຊິກແມ່ຍິງ ຄັ້ງທີ I ຂອງສະຫະພັນແມ່ຍິງຮາກຖານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ກໍລະກົດຜ່ານມາ ທີ່ຫ້ອງຖະແຫຼງຂ່າວຂອງສະພາແຫ່ງຊາດ (ສພຊ) ໂດຍການເປັນປະ ທານຮ່ວມຂອງສະຫາຍ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ເລຂາໜ່ວຍພັກຮາກຖານກຳ ມາທິການວັດທະນະທຳ-ສັງຄົມ, ສະຫາຍ ນາງ ມະນີວັນ ເຍຍປາວເຮີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານ ສະຫະພັນແມ່ຍິງສະພາແຫ່ງຊາດ ແລະ ສະຫາຍ ນາງ ມະນີວັນ ລິດສົມພານ ຫົວໜ້າໜ່ວຍແມ່ຍິງຮາກຖານກໍາມາທິການວັດທະ ນະທໍາ-ສັງຄົມ.
ຜູ້​ແທນກອງປະຊຸມ ໄດ້ຄົ້ນຄວ້າ, ປະກອບຄໍາເຫັນຢ່າງເລິກເຊິ່ງ ແລະ ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍແມ່ຍິງ ຮາກຖານກໍາມາທິການວັດທະນະທໍາ-ສັງຄົມ ໂດຍໄດ້ຕີລາຄາສູງຕໍ່ໝາກຜົນທີ່ໜ່ວຍແມ່ຍິງຮາກຖານຍາດມາໄດ້ຕະຫຼອດໄລຍະປີ 2018-2024 ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງສະຫະພັນແມ່ຍິງສະພາແຫ່ງຊາດ, ມະຕິກອງປະຊຸມ ໃຫຍ່ສະມາຊິກພັກ ຄັ້ງທີ III ຂອງໜ່ວຍພັກຮາກຖານກໍາມາທິການວັດທະນະທໍາ-ສັງຄົມ ເຊິ່ງເປັນການສ້າງພື້ນຖານໃຫ້ແກ່ການສືບ ຕໍ່ຍົກລະດັບໃຫ້ສູງຂຶ້ນໃນຊຸມປີຕໍ່ໜ້າ ທັງປະກອບສ່ວນສໍາຄັນເຂົ້າໃນການເຮັດສໍາເລັດໜ້າທີ່ການເມືອງໃນການປະຕິບັດວຽກງານ ເປັນເສນາທິການໃຫ້ແກ່ໜ່ວຍພັກຮາກຖານ ແລະ ກວທສ ໄດ້ໂດຍພື້ນຖານ; ພ້ອມກັນນັ້ນ, ກໍຍັງໄດ້ຊີ້ໃຫ້ເຫັນບັນຫາຄົງຄ້າງຕົ້ນຕໍ, ສາເຫດທີ່ພາໃຫ້ມີຈຸດອ່ອນ ແລະ ຖອດຖອນໄດ້ບົດຮຽນຈໍານວນໜຶ່ງ ເພື່ອສືບຕໍ່ເສີມຂະຫຍາຍດ້ານດີ, ປັບປຸງຈຸດອ່ອນຄົງຄ້າງ ແລະ ກໍານົດທິດທາງ, ຄາດໝາຍສູ້ຊົນຈໍານວນໜຶ່ງ ແຕ່ປີ 2024-2029 ເພື່ອສ້າງຄວາມເຂັ້ມແຂງໜັກແໜ້ນດ້ານການເມືອງ-ແນວ ຄິດ, ການປັບປຸງການຈັດຕັ້ງຂອງສະຫະພັນແມ່ຍິງຮາກຖານ, ວຽກງານກໍ່ສ້າງພະນັກງານເພດຍິງ, ການໃຫ້ຄໍາປຶກສາປົກປ້ອງສິດຜົນ ປະໂຫຍດແມ່ຍິງ-ເດັກນ້ອຍ, ສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ, ການຈັດຕັ້ງປະຕິບັດຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ, ປັບປຸງຄຸນນະພາບການເປັນເສນາທິການໃນການປະຕິບັດ 3 ພາລະບົດບາດ ຂອງກໍາມາທິການວັດທະນະທໍາ-ສັງຄົມ ໃຫ້ມີຄວາມໜັກແໜ້ນ.
ເພື່ອຮັບປະກັນບັນດາຄາດໝາຍທີ່ວາງອອກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຕົວຈິງນັ້ນ, ກອງປະຊຸມໄດ້ຮັບຮອງເອົາ ທິດທາງແຜນການເຄື່ອນໄຫວວຽກງານໄລຍະປີ 2024-2029 ໂດຍມອບໃຫ້ຄະນະສະຫະພັນແມ່ຍິງຮາກຖານ ແລະ ສະມາຊິກ ແມ່ຍິງພາຍໃນຮາກຖານ ຈັດຕັ້ງປະຕິບັດລະອຽດໃນແຕ່ລະປີ ແລະ ມີການປະສານສົມທົບຢ່າງກົມກຽວກັນລະຫວ່າງອົງການຈັດ ຕັ້ງມະຫາຊົນທີ່ຂຶ້ນກັບໜ່ວຍພັກຮາກຖານ ໃຫ້ປາກົດຜົນເປັນຈິງ; ກອງປະຊຸມຍັງໄດ້ຮັບຟັງບົດສໍາຫຼວດການນໍາພາລວມຂອງຄະ ນະໜ່ວຍແມ່ຍິງຮາກຖານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຕີລາຄາສູງຕໍ່ການນໍາພາ ເຖິງວ່າໃນໄລຍະຜ່ານມາມີຄວາມຫຍຸ້ງ ຍາກ ແລະ ມີຫຼາຍດ້ານບໍ່ເອື້ອອໍານວຍ ແຕ່ກໍໄດ້ຍົກສູງຄວາມຮັບຜິດຊອບ, ມີຄວາມພະຍາຍາມ ແລະ ເປັນເຈົ້າການນໍາພາ-ຊີ້ນໍາ ການເຄື່ອນໄຫວຂອງໜ່ວຍແມ່ຍິງຮາກຖານ ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ຜູ້​ແທນ​ກອງ​ປະຊຸມ 10 ສະຫາຍ​ ໄດ້​ໃຊ້​ສິດ​ປະຊາທິປະ​ໄຕປ່ອນ​ບັດ​ຄັດ​ເລືອກ​ເອົາຄະນະສະຫະພັນແມ່ຍິງຮາກຖານຊຸດ​ໃໝ່ ບົນ​ພື້ນຖານຫຼັກການ​ລວມສູນປະຊາທິປະ​ໄຕ ​ແລະ ​ຖືກຕ້ອງສອດຄ່ອງ​ກັບມາດຕະຖານ ​ແລະ ​ເງື່ອນ​ໄຂທີ່​​ກຳນົດ​ໄວ້ ​ເຊິ່ງມີຜູ້ອອກ​ສະໝັກ​ຮັບເລືອກ​ຕັ້ງ 5 ສະ​ຫາຍ, ເລືອກເອົາ 3 ສະ​ຫາຍ; ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງຄະນະ​ສະຫະພັນແມ່ຍິງຮາກຖານກໍາ ມາທິການວັດທະນະທຳ-ສັງຄົມ ຊຸດທີ I ໄດ້​ເປັນ​ເອກະພາບ​ເລືອກ​ເອົາສະຫາຍ ນາງ ມະນີວັນ ລິດສົມພານ ເປັນ​ປະທານ, ສະຫາຍ ນາງ ມະນີວັນ ລໍເບຼຍຢ່າວ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ມົວຢ່າງ ຢ່າງ ເປັນຄະນະ.
ສະຫາຍ​ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່​​ຜົນງານການ​ເຄື່ອນ​ໄຫວ, ການ​ສ້າງ​ຂະ​ບວນການ​ຕ່າງໆ ທີ່​ບັນດາ​ສະຫາຍສະມາ​ຊິກແມ່ຍິງ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ຈັດ​ຕັ້ງ​ປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ. ພ້ອມກັນນີ້, ສະຫາຍຍັງໄດ້ເນັ້ນໜັກ ແລະ ໃຫ້ທິດຊີ້ນຳຕໍ່​ສະມາຊິກແມ່ຍິງ ຕ້ອງໄດ້ເອົາໃຈໃສ່ບຸກບືນ ແລະ ຈັດຕັ້ງປະຕິບັດໜ້າ​ທີ່​ການ​ເມືອງເພີ່ມຕື່ມບາງ​ບັນຫາ ໂດຍເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ດໍາເນີນຊີວິດການເມືອງເປັນປະຈໍາ ໂດຍຖືເອົາການຕໍານິຕິ ຊົມຕົນເອງ, ຕິຊົມເຊິ່ງກັນແລະກັນ ເປັນປັດໄຈສໍາຄັນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມີການ ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ; ຕັ້ງໜ້າເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ 3 ດີຂອງແມ່ຍິງລາວ ໂດຍຕິດພັນ ກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ເຊິ່ງເປັນພື້ນຖານປັດໄຈສໍາຄັນເພື່ອເຮັດໃຫ້ສະຫະພັນແມ່ຍິງຮາກຖານ ສາມາດຍາດໄດ້ ຜົນງານທີ່ດີເດັ່ນຂຶ້ນກວ່າເກົ່າ; ພ້ອມນັ້ນ, ກໍຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີຂອງແມ່ຍິງ ໃຫ້ເປັນຂະບວນຟົດ ຟື້ນ, ຊີ້ນໍາ-ນໍາພາສະມາຊິກແມ່ຍິງ ເຮັດລ້ອນໜ້າທີ່ເປັນເສນາທິການໃຫ້ການນໍາ ກໍຄືກໍາມາທິການວັດທະນະທຳ-ສັງຄົມໃນຕໍ່ໜ້າ ໃຫ້ ມີໝາກຜົນອັນຈົບງາມ.
(ຂ່າວ-ພາບ: ນາງ ໄຊໂສພາພອນ ມິ່ງມຸງຄຸນ)