(ສພຊ) – ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມສະພາແຫ່ງຊາດ (ສພຊ) ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພານີ້ ໂດຍການເປັນປະທານຂອງສະຫາຍ ພອນແກ້ວ ຕົ້ນວໍລະຈິດ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ), ເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ສະໄໝທີ IV, ມີສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ທັນຕາ ກອງຜາລີ ກຳມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ບັນດາສະຫາຍຕາງໜ້າຈາກຮາກຖານພັກ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ທິດທາງແຜນການເຄື່ອນໄຫວວຽກງານແຕ່ປີ 2025-2030 ຂອງຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ; ການປະກອບຄຳເຫັນຈາກຕາງໜ້າສະຫະພັນກຳມະບານສະພາແຫ່ງຊາດ; ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເປັນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ ແລະ ຂໍ້ຕົກລົງນາມມະຍົດທຸງໄຊນຳໜ້າຂອງ ຄຊປປລ ພ້ອມກັນນັ້ນ, ກໍໄດ້ມີພິທີມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນຳໜ້າຂະບວນການ 4 ບຸກ ໃຫ້ບຸກຄົນ ແລະ ໜ່ວຍຊາວໜຸ່ມຮາກຖານ, ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ຄະນະບໍລິຫານງານຊາວໜຸ່ມ ສພຊ ຄັ້ງທີ IV ເຊິ່ງມອບໂດຍສະຫາຍ ທອງລີ ສີສຸລິດ. ຈາກນັ້ນ, ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ກໍໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ຄັ້ງທີ IV ແລະ ຄະນະບໍລິຫານງານຊຸດເກົ່າ ກໍໄດ້ຂຶ້ນກ່າວລາໜ້າທີ່.

ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ທັນຕາ ກອງຜາລີ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຮອບດ້ານຂອງຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບບັນດາອົງການຈັດຕັ້ງມະຫາຊົນ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ສະໄໝທີ IV ແລະ ຄະນະປະຈໍາສະພາແຫ່ງຊາດ ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ສະຫາຍຍັງໄດ້ແລກປ່ຽນ ແລະ ເນັ້ນໜັກບາງບັນຫາຕື່ມ ເປັນຕົ້ນ: ສະມາຊິກຊາວໜຸ່ມ ຕ້ອງມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ; ປັບປຸງກົງຈັກການຈັດຕັ້ງຂອງຊາວໜຸ່ມໃຫ້ກະທັດຮັດ ແລະ ສອດຄ່ອງກັບກົງຈັກຂອງສະພາແຫ່ງຊາດ ທີ່ກໍາລັງຄົ້ນຄວ້າເພື່ອປັບປຸງຕາມທິດຊີ້ນໍາຂອງພັກ; ປັບປຸງແບບແຜນວິທີເຮັດວຽກ, ລະບອບສ່ອງແສງລາຍງານໃຫ້ເປັນປົກກະຕິ, ຍົກສູງສະຕິຕໍ່ການຈັດຕັ້ງ ແລະ ເປັນແບບຢ່າງນໍາໜ້າໃນການປະຕິບັດວຽກງານຊາວໜຸ່ມ ພ້ອມດຽວກັນນັ້ນ, ກໍຈະຕ້ອງເອົາໃຈໃສ່ປະຕິບັດທິດທາງແຜນການ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ.

ຜູ້ແທນ 129 ສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ເຊິ່ງມີຜູ້ສະໝັກ 18 ສະຫາຍ ຍິງ 5 ສະຫາຍ, ເລືອກໄດ້ 15 ສະຫາຍ ຍິງ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ຄັ້ງທີ V ໄດ້ເຫັນດີເປັນເອກະພາບດັ່ງນີ້ : ຄະນະປະຈຳມີ 5 ສະຫາຍ ຄື: 1. ສະຫາຍ ສົມບູນ ໂຄດໄຊ ເລຂາ, 2. ສະຫາຍ ສົມຈິດ ພົມຖາວົງ ຮອງເລຂາ, 3. ສະຫາຍ ຈັນໄລວັນ ພົມມາໄຊ ຮອງເລຂາ, 4. ສະຫາຍ ນາງ ໂຄຕະມີ ສະຫວັດດີ, 5. ສະຫາຍ ບຸນລົ້ນ ສໍລາດຈຳປາ ແລະ ຄະນະກວດກາມີ 3 ສະຫາຍ ຄື: 1. ສະຫາຍ ສົມຈິດ ພົມຖາວົງ ປະທານ, 2. ສະຫາຍ ສົມຈັນ ໄຊມົ້ງຢ່າງ ຮອງປະທານ, 3. ສະຫາຍ ເສລີສັນ ວົງແສງຈັນ.

ສະຫາຍ ທອງລີ ສີສຸລິດ ໄດ້ມີຄຳເຫັນໂອ້ລົມບາງຈຸດ ເພື່ອໃຫ້ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ແລະ ບັນດາສະຫາຍສະມາຊິກຊາວໜຸ່ມສະພາເເຫ່ງຊາດ ນໍາໄປຄົ້ນຄວ້າ ເປັນຕົ້ນ: ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ດ້ວຍຫຼາຍຮູບຫຼາຍສີ ແລະ ມີລັກສະນະກ້າວໜ້າ ສົມຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ; ປັບປຸງກົນໄກປະສານງານວຽກງານຊາວໜຸ່ມ ລະຫວ່າງຊາວໜຸ່ມສະພາເເຫ່ງຊາດ ກັບ ພາກສ່ວນກ່ຽວຂ້ອງຂອງສູນກາງຊາວໜຸ່ມ ກໍຄືຊາວໜຸ່ມພາກສ່ວນຕ່າງໆ ໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ມີປະສິດທິຜົນນັບມື້ຫຼາຍຂຶ້ນ; ເອົາໃຈໃສ່ເຄື່ອນໄຫວຂະບວນການຕ່າງໆ ຮ່ວມກັບຄະນະຊາວໜຸ່ມກະຊວງ, ອົງການ ໃຫ້ມີບັນຍາກາດຟົດຟື້ນ ໂດຍສະເພາະຂະບວນການຊ່ວຍເຫຼືອສັງຄົມ; ຕ້ອງມີຄວາມຕື່ນຕົວເປັນເຈົ້າການໃນການອອກແຮງແຂ່ງຂັນກັນສ້າງຜົນງານ, ປະກອບສ່ວນໃນຂະບວນການຕ່າງໆ ເຍືອງໃສ່ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ທີ່ຊາວໜຸ່ມສະພາແຫ່ງຊາດວາງອອກ ເພື່ອກໍ່ສ້າງຕົນເອງໃຫ້ກາຍເປັນພະນັກງງານຮຸ່ນໜຸ່ມຜູ້ດີເດັ່ນ, ກາຍເປັນພະນັກງານສືບທອດທີ່ໜຸ່ມແໜ້ນ.
(ກົງທະນູຄຳ ພິພັດເສລີ)