(ສພຊ) – ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜຊ) ຄັ້ງທີ V ໄດ້ຈັດຂຶ້ນເມື່ອວັນອັງຄານທີ 8 ກໍລະກົດຜ່ານມາ ໂດຍການເປັນປະທານຂອງສະຫາຍ ຄໍາແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ, ເຂົ້າຮ່ວມມີສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍສະມາຊິກສະມາຄົມນັກທຸລະກິດໜຸ່ມທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງທີ່ສະເໜີໂດຍສະຫາຍ ນາງ ສຸວາລີ ຄຳຜຸຍ ວ່າການແທນປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ເຊິ່ງໄດ້ຕີລາຄາສູງຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ສທໜຊ ຄັ້ງທີ IV, ຮັບຮອງເອົາຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມຂອງຄະນະບໍລິຫານງານ ສທໜຊ ໃນຕໍ່ໜ້າ, ຮັບຟັງການຜ່ານກົດລະບຽບຂອງສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ສະໄໝທີ V; ຜູ້ແທນກອງປະຊຸມໄດ້ເຫັນດີເປັນເອກະພາບກັບບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານ ສທໜຊ ສະໄໝທີ IV ເຊິ່ງເປັນບົດຮຽນອັນສໍາຄັນໃຫ້ແກ່ຄະນະບໍລິຫານງານຊຸດຕໍ່ໄປ ໃນການຈັດຕັ້ງນໍາພາວຽກງານຂອງສະມາຄົມ.
ຜູ້ແທນກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ສະໄໝທີ V ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ 68 ສະຫາຍ, ຍິງ 29 ສະຫາຍ ແລະ ເລືອກໄດ້ຄະນະບໍລິຫານງານຊຸດທີ V ມີ 63 ສະຫາຍ, ຍິງ 26 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ເຫັນດີເປັນເອກະພາບເລືອກເອົາສະຫາຍ ນາງ ສຸວາລີ ຄໍາຜຸຍ ເປັນປະທານ, ສະຫາຍ ຄໍາຄຸນ ຄູນທະວົງ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ໄດ້ເລືອກເອົາຮອງປະທານ ທັງໝົດ 15 ສະຫາຍ.
(ສັນທະນາ)