(ສພຊ) – ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນຄະນະປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ກໍາມະການຄະນະເລຂາທິການສູນກາງພັກ, ອະດີດເລຂາທິການໃຫຍ່ ສະຫາຍ ຈູມມະລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ສະຫາຍ ພົທ. ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າລາວ, ບັນດາສະຫາຍຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ຕົວແທນວິລະຊົນແຫ່ງຊາດ; ພ້ອມນີ້, ກໍມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ 421,865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມກອງປະຊຸມຄັ້ງນີ້. ນອກນີ້, ຍັງມີແຂກຖືກເຊີນ ຈໍານວນ 388 ສະຫາຍ ຈະໄດ້ເປັນກຽດເຂົ້າຮ່ວມ.
ກອງປະຊຸມໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການດ້ວຍການເຄົາລົບທຸງຊາດ, ເຍົາວະຊົນທັນວາຂຶ້ນມອບຊໍ່ດອກໄມ້ໃຫ້ຄະນະປະທານ ແລະ ໄດ້ມີການສະເໜີລາຍຊື່ຄະນະປະທານ ແລະ ກອງເລຂາກອງປະຊຸມ; ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະເໜີຜູ້ແທນຮັບຮອງເອົາຄະນະປະທານ ແລະ ກອງເລຂາກອງປະຊຸມໃຫຍ່. ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໃນນາມປະທານຄວບຄຸມກອງປະຊຸມຕາມລະບຽບວາລະ ກໍໄດ້ເລີ່ມປະຕິບັດໜ້າທີ່ຄວບຄຸມການດຳເນີນກອງປະຊູມໃນມື້ເປີດກອງປະຊຸມໃຫຍ່ຄັ້ງນີ້; ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ປະທານຄວບຄຸມກອງປະຊຸມ ສະເໜີຮັບຮອງເອົາຄຸນລັກສະນະຜູ້ແທນກອງປະຊຸມໃຫຍ່.

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດເປີດກອງປະຊຸມໃຫຍ່ຢ່າງເປັນທາງການ ແລະ ສືບຕໍ່ສະເໜີຮ່າງໂຄງການການເມືອງຂອງພັກ, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ໄດ້ສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ໄດ້ສະເໜີຮ່າງກົດລະບຽບຂອງພັກສະບັບປັບປຸງ. ນອກນີ້, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນໃນຫົວຂໍ້ຕ່າງໆ ຈາກ 9 ພາກສ່ວນຄື:
1. ຄະນະຈັດຕັ້ງສູນກາງພັກ ຫົວຂໍ້ “ຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກ”;
2. ອົງຄະນະພັກແຂວງຈໍາປາສັກ ຫົວຂໍ້ “ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຢູ່ແຂວງຈໍາປາສັກ”;
3. ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຫົວຂໍ້ “ສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ”;
4. ອົງຄະນະພັກແຂວງໄຊຍະບູລີ ຫົວຂໍ້ “ບົດຮຽນການຮັກສາຄວາມສະຫງົບຕາມຊາຍແດນຢູ່ແຂວງໄຊຍະບູລີ”;
5. ອົງຄະນະພັກກະຊວງການເງິນ ຫົວຂໍ້ “ສ້າງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ”;
6. ອົງຄະນະພັກແຂວງອຸດົມໄຊ ຫົວຂໍ້ “ບົດຮຽນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອຸດົມໄຊ”;
7. ອົງຄະນະພັກສະພາແຫ່ງຊາດ ຫົວຂໍ້ “ຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດ ໃນການສ້າງນິຕິກໍາໃຫ້ມີຄຸນນະພາບສູງ ແລະ ບົດບາດການກວດກາຂອງສະພາ”;
8. ອົງຄະນະພັກນະຄອນຫຼວງວຽງຈັນ ຫົວຂໍ້ “ພັດທະນານະຄອນຫຼວງວຽງຈັນ ເປັນສູນກາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ຂອງປະເທດ”;
9. ອົງຄະນະພັກແຂວງເຊກອງ ຫົວຂໍ້ “ການປູກກາເຟເປັນສິນຄ້າຂອງຄອບຄົວຕົວແບບຢູ່ແຂວງເຊກອງ”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະໄດ້ດໍາເນີນເປັນເວລາ 3 ວັນ ແຕ່ວັນທີ 6-8 ມັງ ກອນ 2026 ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ”.
(ຄັດຈາກເວັບໄຊ ໜສພ. ປະຊາຊົນ)

