(ສພຊ) – ວັນທີ 26 ທັນວານີ້, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 12 ສະໄໝທີ XI ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ ເຊິ່ງກອງປະຊຸມໄດ້ຮັບຟັງລາຍງານຄວາມຄືບໜ້າການກະກຽມຄວາມພ້ອມຮອບດ້ານ ເພື່ອດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພ້ອມທັງປຶກສາຫາລື, ຄົ້ນຄວ້າຕົກລົງເປັນເອກະພາບສູງຮັບຮອງເອົາ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາເນື້ອໃນທີ່ຈະນໍາສະເໜີໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄປປັບປຸງໃຫ້ມີຄວາມຮັບປະກັນ ແລະ ສົມບູນຍິ່ງຂຶ້ນ ໂດຍໄດ້ລົງເລິກຊີ້ນໍາຢ່າງລະອຽດຕໍ່ບັນດາອະນຸກໍາມະການຕ່າງໆ ເປັນຕົ້ນແມ່ນ: ອະນຸກໍາມະການເນື້ອໃນ, ອະນຸກໍາມະການກົດລະບຽບ ແລະ ບຸກຄະລາກອນ, ອະນຸກໍາມະການໂຄສະນາ ແລະ ຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການງົບປະມານ ແລະ ບໍລິຫານ ແລະ ວຽກງານປິ່ນອ້ອມອື່ນໆ; ພ້ອມທັງໄດ້ຮັບຮອງເອົາວັນທີ 6-8 ມັງກອນ 2026 ເປັນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫຼຸບຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ເພື່ອສືບຕໍ່ນໍາພາພາລະກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
ບັນດາສະຫາຍໃນຄະນະບໍລິຫານສູນກາງພັກ ໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຕັ້ງໜ້າບຸກບືນ, ນໍາພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານ, ສຸມສະຕິປັນຍາ, ເຫື່ອແຮງທັງໝົດ ເຂົ້າໃນການນໍາພາຊີ້ນໍາການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະເປີດຂຶ້ນໃນວັນທີ 6-8 ມັງກອນ 2026
