(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍກໍາມະບານຮາກຖານກໍາມາທິ ການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ໄດ້ດໍາເນີນໃນຕອນບ່າຍວັນພະຫັດທີ 30 ມັງກອນຜ່ານມາ ໂດຍການເປັນປະທານຂອງສະຫາຍ ໂພສີ ເຕັມເມລາດ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ (ສພຊ), ປະທານໜ່ວຍກຳມະບານຮາກຖານ ກຜງສ, ມີສະຫາຍ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກຮາກຖານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ພ້ອມດ້ວຍບັນດາສະຫາຍຕາງໜ້າຈາກໜ່ວຍກໍາມະບານຮາກຖານພາຍໃນ ສພຊ ລວມຜູ້ເຂົ້າຮ່ວມທັງໝົດ 27 ສະຫາຍ ເປັນຍິງ 10 ສະຫາຍ.
![](https://na.gov.la/wp-content/uploads/2025/02/ກຜງສ-1.jpeg)
ກອງປະຊຸມໄດ້ເຫັນດີ ແລະ ຮັບຮອງເອົາບົດລາຍງານການເມືອງ ເຊິ່ງໄດ້ຕີລາ ຄາດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດການເຄື່ອນ ໄຫວວຽກງານຂອງໜ່ວຍກຳມະບານຮາກຖານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຄັ້ງທີ I ທີ່ຜ່ານມາ ແລະ ແຜນການເຄື່ອນໄຫວແຕ່ນີ້ຮອດປີ 2029; ບົດສໍາຫຼວດການນໍາພາຂອງຄະນະໜ່ວຍກຳມະບານຮາກຖານ ຊຸດທີ I ທີ່ໄດ້ຢໍ້າຄືນຜົນສໍາເລັດຂອງການນໍາພາວຽກງານກຳມະບານ ຕິດພັນກັບວຽກງານວິຊາສະ ເພາະໃນແຕ່ລະດ້ານ ທັງເປັນການຖອດຖອນບົດຮຽນເພື່ອເປັນບ່ອນອີງໃຫ້ແກ່ຄະ ນະໜ່ວຍກຳມະບານຮາກຖານ ກຜງສ ຊຸດທີ II ນໍາໄປຈັດຕັ້ງປະຕິບັດ ແລະ ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງກຳມະບານຮາກຖານມີຄວາມຖືກຕ້ອງ ແລະ ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ ກໍ ຄືຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງກຳມະບານຮາກຖານ ໃຫ້ປາກົດຜົນເປັນຈິງ.
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາຄະນະໜ່ວຍກຳ ມະບານຮາກຖານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຊຸດທີ II ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງສອດຄ່ອງກັບມາດຕະຖານຕາມທີ່ໄດ້ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 7 ສະຫາຍ ຍິງ 3 ສະຫາຍ, ເລືອກເອົາ 5 ສະຫາຍ ຄື: ສະຫາຍ ວົງວິໄລ ອິນທະມີໄຊ ເປັນປະທານ, ສະຫາຍ ນາງ ສຸກສາຄອນ ສິດທິບັນດິດ ເປັນຮອງປະທານ, ສະຫາຍ ສຸດໃຈ ລີໄກຢາ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ນາງ ເຢີຊົງ ປັດໃຈ ແລະ ສະຫາຍ ທິບພະວົງ ບຸດທະສະວົງ ເປັນກຳມະການ.
ສະຫາຍ ປອ. ລີເບີ ລີບົວປາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຂອງກຳມະບານຮາກຖານກຳມາທິ ການແຜນການ, ການເງິນ ແລະ ການກວດສອບ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ທັງເນັ້ນໜັກໃຫ້ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ການເຄື່ອນໄຫວວຽກ ງານກຳມະບານ; ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຫ້າວຫັນ, ມີການປະດິດສ້າງໃໝ່ໃນການປະຕິບັດວຽກງານວິຊາສະເພາະ ໃຫ້ມີການຫັນປ່ຽນຢ່າງມີຈຸດສຸມ ແລະ ຄຸນນະພາບໃໝ່ ໂດຍສະເພາະວຽກງານເປັນເສນາທິການໃນການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ; ເອົາໃຈໃສ່ຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານສະພາແຫ່ງຊາດ ໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້.
(ອານຸສອນ ພູມມີທອນ)