loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມໃຫຍ່ຄັ້ງທີ II ສະຫະພັນແມ່ຍິງຮາກຖານ ກຜງສ

​ກ.ກ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານກຳມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ໄດ້ຈັດຂຶ້ນເມື່ອວັນທີ 12 ກໍລະກົດຜ່ານມາ ທີ່ຫ້ອງຖະແຫຼງຂ່າວຂອງສະພາແຫ່ງຊາດ (ສພຊ) ພາຍໃຕ້ການເປັນທານຮ່ວມຂອງສະຫາຍ ທັນຕາ ກອງຜາລີ ຮອງເລຂາໜ່ວຍພັກຮາກຖານກຳມາທິການແຜນ ການ, ການເງິນ ແລະ ການກວດສອບ, ສະຫາຍ ນາງ ມະນີວັນ ເຍຍປາວເຮີ ກຳມະການຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງສະພາແຫ່ງຊາດ, ສະຫາຍ ນາງ ເຢີຊົງ ປັດໃຈ ຮອງຫົວໜ້າໜ່ວຍແມ່ຍິງຮາກຖານ ກຜງສ ໂດຍມີບັນດາສະຫາຍຕາງໜ້າສະຫະພັນ ແລະ ໜ່ວຍແມ່ຍິງຮາກຖານພາຍໃນ ສພຊ ເຂົ້າຮ່ວມ.
ຫຼັງຈາກຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ແລະ ກົງໄປກົງມາ; ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດລາຍງານການເມືອງ ເຊິ່ງໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານຂອງໜ່ວຍແມ່ຍິງຮາກຖານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໃນໄລຍະ 7 ປີຜ່ານມາ ແລະ ທິດທາງແຜນການ ແຕ່ປີ 2025- 2030.

ຜູ້ແທນກອງປະຊຸມ 11 ສະຫາຍ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະສະຫະພັນແມ່ຍິງ​ຮາກ​ຖານຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຕະຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ໃນລະບຽບ​ຂອງສູນກາງສະຫະພັນແມ່ຍິງລາວ ເຊິ່ງມີຜູ້​ສະໝັກ​ເລືອກ​ຕັ້ງ 5 ສະ​ຫາຍ, ເລືອກເອົາ 3 ສະ​ຫາຍ; ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງຄະນະສະຫະພັນແມ່ຍິງ​ຮາກ​ຖານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຊຸດ​ທີ II ໄດ້​ເປັນ​ເອກະພາບເລືອກ​ເອົາສະຫາຍ ນາງ ບົວວອນ ສົມສະນິດ ເປັນປະທານ, ສະຫາຍ ນາງ ປະກາຍພູມ ອຸປຣະຈັນ ເປັນຮອງປະທານ ແລະ ປະທານກວດກາ, ສະຫາຍ ນາງ ວິໄລພອນ ແສນຄຳຕາ ເປັນຄະນະ.


ກອງປະຊຸມໄດ້ຮັບຟັງຄໍາໂອ້ລົມ ແລະ ທິດຊີ້ນໍາຈາກສະຫາຍ ທັນຕາ ກອງຜາລີ ເຊິ່ງໄດ້ມີຄໍາເຫັນໃຫ້ຄະນະສະ ຫະພັນແມ່ຍິງ​ຮາກ​ຖານຊຸດໃໝ່ ເອົາໃຈໃສ່ຊີ້ນໍາ-ນໍາພາການເມືອງ-ແນວຄິດ, ຕັ້ງໜ້າສຶກສາອົບຮົມສະມາຊິກ​​ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ; ຕິດຕາມກວດກາສະມາ ຊິກແມ່ຍິງພາຍໃນກໍາມາທິການຢ່າງໃກ້ຊິດ ເພື່ອສົ່ງເສີມດ້ານຕັ້ງໜ້າ, ດ້ານດີ ແລະ ແກ້ໄຂຈຸດອ່ອນໃຫ້ທັນເວລາ. ພ້ອມນັ້ນ, ສະຫາຍຍັງຮຽກຮ້ອງສະມາຊິກ​ແມ່ຍິງພາຍໃນຮາກ​ຖານ ຕ້ອງປະຕິບັດຕາມມະຕິຄໍາສັ່ງ, ລະບຽບການ, ຂໍ້ກໍານົດຢູ່ພາຍໃນສະພາແຫ່ງຊາດ ໃຫ້ເຂັ້ມງວດ; ໃນຍຸກແຫ່ງການເຊື່ອມໂຍງທີ່ມີທັງສິ່ງທີ່ເປັນກາລະໂອກາດ ແລະ ສິ່ງທ້າທາຍຫຼາຍປະການ, ຕ້ອງຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງໃນການບໍລິໂພກຂໍ້ມູນຂ່າວສານ.

(ນາງ ອາລິນ ສຸພິມມະປະດິດ)