loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມໃຫຍ່ຄັ້ງທີ II ສະຫະພັນແມ່ຍິງຮາກຖານ ກກໝ

​ກ.ກ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານກໍາມາທິການກົດໝາຍ (ກກໝ) ໂດຍການເປັນປະທານຮ່ວມຂອງສະຫາຍ ອໍາໄພ ຈິດມານົນ ກໍາມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງເລຂາໜ່ວຍພັກຮາກຖານກໍາມາທິການກົດໝາຍ, ສະຫາຍ ນາງ ກິ່ງນະຄອນ ຈັນທະກຸມມານ ກຳມະການຄະນະບໍລິຫານງານສະຫະພັນແມ່ຍິງສະພາແຫ່ງຊາດ (ສພຊ) ແລະ ສະຫາຍ ນາງ ຖະໜອມຈິດ ໂຄດພູທອນ ຫົວໜ້າໜ່ວຍແມ່ຍິງຮາກຖານກໍາມາທິການກົດໝາຍ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 12 ກໍລະກົດ 2024 ທີ່ຫ້ອງຖະແຫຼງຂ່າວຂອງ ສພຊ ເຊິ່ງມີບັນດາສະຫາຍຕາງໜ້າສະຫະພັນ ແລະ ໜ່ວຍແມ່ຍິງຮາກຖານພາຍໃນ ສພຊ, ອົງການຈັດຕັ້ງມະຫາຊົນຮາກຖານ ກກໝ ເຂົ້າຮ່ວມ.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນແຕ່ລະດ້ານ ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍແມ່ຍິງຮາກຖານກໍາມາທິການກົດໝາຍຊຸດເກົ່າ ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບາງບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນຳ-ນຳພາ ແລະ ການ ຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ (2018-2024) ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງຄະນະສະ ຫະພັນແມ່ຍິງຮາກຖານຊຸດໃໝ່ ດີຂຶ້ນກວ່າເກົ່າ; ພ້ອມນີ້, ຍັງໄດ້ຮັບຮອງເອົາທິດທາງແຜນການນັບແຕ່ປີ 2024-2030 ແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຜູ້​ແທນ​ກອງ​ປະຊຸມ​ໄດ້​ພ້ອມກັນ​ໃຊ້​ສິດ​ປະຊາທິປະ​ໄຕປ່ອນ​ບັດ​ຄັດ​ເລືອກ​ເອົາຄະນະສະຫະພັນແມ່ຍິງຮາກຖານຊຸດ​ໃໝ່ ບົນ​ພື້ນຖານຫຼັກການ​ລວມສູນປະຊາທິປະ​ໄຕ, ​ຖືກຕ້ອງ​ສອດຄ່ອງ​ກັບມາດຕະຖານ ​ແລະ ​ເງື່ອນ​ໄຂທີ່​​ກຳ ນົດ​ໄວ້ ​ເຊິ່ງມີຜູ້​ສະໝັກ​ 5 ສະ​ຫາຍ, ​ເລືອກ​​ໄດ້ 3 ສະຫາຍ​; ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງຄະນະສະຫະພັນແມ່ຍິງຮາກຖານກໍາມາທິການກົດໝາຍ ຊຸດທີ II ໄດ້​ເປັນ​ເອກະພາບເລືອກ​ເອົາສະຫາຍ ນາງ ຖະໜອມຈິດ ໂຄດພູທອນ ເປັນປະທານ, ສະຫາຍ ນາງ ອະພິສອນ ພົງສາ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຄຳຜາຍ ທຳມະວົງ ເປັນຄະນະ.
ກອງປະຊຸມໄດ້ຟັງການໂອ້ລົມ ແລະ ທິດຊີ້ນໍາຂອງສະຫາຍ ​ອໍາໄພ ຈິດມານົນ ເຊິ່ງໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່​​ຜົນງານການ​ເຄື່ອນ​ໄຫວ​ ​ແລະ ການ​ສ້າງ​ຂະ​ບວນການ​ຕ່າງໆ ທີ່​ບັນດາ​ສະຫາຍສະມາ​ຊິກແມ່ຍິງ ​ໄດ້​ຕັ້ງໜ້າ​ປະ ກອບສ່ວນ​ຈັດ​ຕັ້ງ​ປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ. ພ້ອມກັນນີ້, ກໍໄດ້ເນັ້ນໜັກຕໍ່​ສະມາຊິກແມ່ຍິງ ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ເຂົ້າຮ່ວມຂະບວນການຂອງອົງການຈັດຕັ້ງຢ່າງເປັນເຈົ້າການ; ດໍາເນີນຊີວິດການເມືອງເປັນປະຈໍາ ໂດຍຖືເອົາການຕໍານິຕິຊົມຕົນເອງ, ຕິຊົມເຊິ່ງກັນແລະກັນ ເປັນປັດໄຈສໍາຄັນ; ຕັ້ງໜ້າເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ3 ດີ ຂອງແມ່ຍິງລາວ ໂດຍຕິດພັນກັບຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເປັນຂະບວນຟົດຟື້ນ. ນອກຈາກນີ້, ຍັງຢ້ຳຕື່ມໃຫ້ຄະນະສະຫະພັນແມ່ຍິງຮາກຖານຊຸດໃໝ່ ຈົ່ງເສີມຂະຫຍາຍດ້ານດີ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງ ຂອງຂັ້ນເທິງ ໃຫ້ມີປະສິດທິຜົນ.

(ນາງ ອາລິນ ສຸພິມມະປະດິດ)