loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມໃຫຍ່ຄັ້ງທີ່ III ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງ

​ກ.ກ. 14, 2023 | ເຂດ 3 ຫຼວງນ້ຳ​ທາ

ກອງປະຊຸມໃຫຍ່ຄັ້ງທີ່ III ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງ ໄດ້ໄຂຂື້ນໃນຕອນບ່າຍວັນທີ 13 ກໍລະກົດ 2023 ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ນາງ ຄອນສະຫວັນ ອີນທອງຈັນ ຮອງປະທານສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງ ເປັນກຽດເຂົ້າຮ່ວມກອງປະຊຸມ ມີທ່ານ ນາງ ອຸ່ນຫຼ້າ ອຽງລໍລາດ ກຳມະການພັກແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ, ຮອງປະທານສະພາປະຊາຊົນແຂວງ ມີທ່ານນາງ ອຳພັນ ສໍແສງອີນ ຮອງປະທານສະຫະພັນແມ່ຍິງແຂວງ, ປະທານກວດກາ ບັນດາທ່ານຕາງໜ້າສະຫະພັນແມ່ຍິງແຂວງ, ​ໜ່ວຍສະພັນແມ່ຍິງອ້ອມຂ້າງແຂວງທີຖືກເຊີນ, ອົງການໄອຍາການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທຳແຂວງ ແລະ ອົງການຈັດຕັ້ງມະຫາຊົນ ສະພາປະຊາຊົນແຂວງຕະຫຼອດຮອດສະມາຊິກສະ ຫະພັນແມ່ຍິງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມລວມທັງໝົດ 24 ທ່ານ, ຍິງ 23 ຄົນ.

ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງສະບັບເລກທີ່ 45/ສຍຂ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ຄັ້ງໃຫຍ່ທີ່ III  ສະຫະພັນແມ່ຍິງຂັ້ນຮາກຖານສະພາປະຊາຊົນແຂວງປະຈໍາປີ 2023​; ຜ່ານຮ່າງບົດສະຫລຸບການເຄື່ອນໄຫວວຽກງານໃນໄລຍະ 5 ປີ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າຂອງສະພັນແມ່ຍິງຂັ້ນຮາກຖານສະພາປະຊາຊົນແຂວງປະຈຳປີ 2023​ ຊຶ່ງມີສະມາຊິກສະຫະພັນແມ່ຍິງທັງໝົດ 23 ສະຫາຍ, ຕະຫລອດໄລຍະ 5 ປີຜ່ານມາເອື້ອຍນ້ອງແມ່ຍິງພາຍໃນຮາກຖານ ໄດ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ວິຊາສະເພາະຂອງຕົນສັງກັດຢູ່ບັນດາຂະແໜງຢ່າງຕັ້ງໜ້າ, ບຸກບືນຕໍ່ໜ້າທີ່ວຽກງານທີ່ໄດ້ຖຶກມອບໝາຍສຳເລັດຫລາຍດ້ານເປັນຕົ້ນວຽກງານຂໍ້ແຂ່ງຂັນ 3 ດີ ພົນລະເມືອງດີ 100%, ພັດທະນາດີ 98%, ສ້າງຄອບຄົວດີ 98% ແລະ ບຸກຄົນ 3 ດີ ປະເພດI 20 ຄົນ, ບຸກຄົນ 3 ດີປະເພດII 3 ຄົນ ແລະ ວຽກງານອື່ນໆ ໄດ້ສຳເລັດຫລາຍດ້ານ.

ຈາກນັ້ນ ຜູ້ແທນກອງປະຊຸມໄດ້ປະກອບຄຳຄິດຄໍາເຫັນໃສ່ຮ່າງບົດຫຼຸບຢ່າງກົງໄປກົງມາເພື່ອເຮັດໃຫ້ບົດສະຫລຸບມີເນື້ອໃນຄົບຖ້ວນສົມບູນຂື້ນກວ່າເກົ່າ; ພ້ອມດຽວກັນ ຄະນະແມ່ຍິງຊຸດເກົ່າຂື້ນຜ່ານບົດສຳຫຼວດການນໍາພາລວມພ້ອມລາໜ້າທີ່ ແລະ ຕາງໜ້າສະຫະພັນແມ່ຍິງຜ່ານມາດຖານເງື່ອນໄຂ ແລະ ເປົ້າໝາຍຄະນະຊຸດໃຫມ່ຜູ້ສະໝັກຊຶ່ງລວມທັງໝົດ 5 ທ່ານ, ເລືອກເອົາ 3 ທ່ານ ພ້ອມທັງປະກາດລາຍຊື່ຜູ້ຄວບຄຸມບັດ; ນອກນັ້ນ ໄດ້ຈັດຕັ້ງສະຫະພັນແມ່ຍິງແຂວງປະກາດຜົນການເລືອກຕັ້ງຢ່າງເປັນທາງການຊຶ່ງລວມທັງໝົດ 5 ທ່ານ, ເລືອກເອົາ 3 ທ່ານ ແລະ ຄະນະຊຸດໃຫມ່ຂື້ນຮັບໜ້າທີ່.

ຈາກນັ້ນ ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານນາງ ອໍາພັນ ສໍແສງອີນ ຮອງປະທານສະຫະພັນແມ່ຍິງແຂວງ, ປະທານກວດກາ ກ່ອນອື່ນທ່ານໃຫ້ໄດ້ຮູ້ເຖີງຄວາມໝາຍຄວາມສຳຂອງແມ່ຍິງລາວ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາ ຊຶ່ງເຫັນໄດ້ເຖີງຜົນສຳເລັດຫລາຍດ້ານ ນອກນັ້ນ ໄດ້ເນັ້ນໜັກໃຫ້ແມ່ຍິງຮາກຖານເອົາໃຈໃສ່ສຶກສາຄົ້ນຄວ້າຮ່ຳຮຽນເຊື່ອມຊຶມເອົາກົດລະບຽບແມ່ຍິງລາວ, ໃຫ້ມີຄວາມສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີສະຕິລະວັງຕົວຕໍ່ປະກົດການຫຍໍ້ທໍ້ໃນສັງຄົມ ພ້ອມທັງ ຮຽກຮ້ອງໃຫ້ສະຫະພັນແມ່ຍິງຮາກຖານສະພາປະຊາຊົນແຂວງ ຊຸດໃໝ່ເອົາໃຈໃສ່ຊີ້ນຳ-ນຳພາວຽກງານແມ່ຍິງພາຍໃນໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.

ພາບ,ຂ່າວ; ວັນນີ ແຝງບົວວັນ