ໃນຕອນເຊົ້າວັນທີ 24 ທັນວາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ໄດ້ເປີດກອງປະຊຸມເຊື່ອມຊຶມເອກະສານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີບັນດາທ່ານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະກໍາມະກໍາມະການເລືອກຕັ້ງຂັ້ນເມືອງ, ບັນດາອະນຸກໍາມະການເລືອກຕັ້ງຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ ແລະ ລັດວິສາຫະກິດເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການບັນຍາຍບັນດາເອກະສານກ່ຽວກັບການເລືອກຕັ້ງ ດັ່ງນີ້:
- ມະຕິ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ;
- ມະຕິວ່າດ້ວຍການແຕ່ງຕັ້ງອານຸກໍາມະການເລືອກຕັ້ງຂັ້ນແຂວງ;
- ແຜນການດໍາເນີນງານ ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ;
- ມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V;

- ເຊື່ອມຊືມ ແລະ ເສີມຂະຫຍາຍ ມະຕິກົມການເມືອງສູນກາງພັກກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V;
- ເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະພາປະຊາຊົນຂັ້ນແຂວງ ຊຸດທີ V;
- ກໍາແໜ້ນເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນຖືກຕ້ອງຕາມກົດໝາຍ, ສ່ອດຄ້ອງກັບສະພາບຕົວຈິງ ຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ, ຜ່ານຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;

- ເອກະສານຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຍວກັບການເພີ້ມທະວີນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;
ໃນຕອນທ້າຍ ຂອງກອງປະຊຸມ ຍັງໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນແລກປ່ຽນຂອງຜູ້ແທນເຂົ້າຮ່ວມກອງປະຊຸມຕໍ່ກັບວຽກງານເລືອກຕັ້ງ, ພ້ອມດຽວກັນນີ້ປະທານກອງປະຊຸມ ກໍ່ໄດ້ເນັ້ນໜັກໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ແລະ ຄະນະຮັບຜິດຊອບວຽກງານເລືອກຕັ້ງ ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ເຊີດຊູເສີດຂະຫຍາຍ ເນື້ອໃນກອງປະຊຸມເຊື່ອມຊຶມ ເອກະສານສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ເພື່ອຮັບ ປະກັນໃຫ້ແກ່ບັ້ນເລືອກຕັ້ງມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ ຕ້ອງຮັບປະກັນໃຫ້ໄດ້ ສີ່ຮ້ອຍສ່ວນຮ້ອຍ ຄື:
- ຕ້ອງຮັບປະກັນ ໃຫ້ຜູ້ມີສິດເລືອກຕັ້ງມາປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນ 100%;
- ຕ້ອງຮັບປະ ກັນໃຫ້ຜູ້ມີສິດເລືອກຕັ້ງ ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການ ເລືອກຕັ້ງ 100%;
- ຕ້ອງຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພໃນວັນເລືອກຕັ້ງ 100%;
- ຕ້ອງຮັບປະກັນການປ່ອນບັດເລືອກຕັ້ງ ໃຫ້ມີຄວາມໂປ່ງໃສ ແລະ ສຳເລັດຕາມກຳນົດເວລາ 100%.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ

