ໂດຍປະຕິບັດຕາມແຜນດໍາເນີນງານ, ກົນໄກການປະສານງານ ແລະ ການປຶກສາຫາລືຮ່ວມກັນ, ລະຫວ່າງສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ທີ່ດຳເນີນມາເປັນປົກກະຕິ. ໃນວັນທີ 9 ກໍລະກົດ 2025 ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງໄດ້ມີກອງປະຊຸມຮ່ວມ ລະຫວ່າງສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຮອງປະທານ, ຄະນະປະຈໍາສະພາປະຊາຊົນແຂວງ, ຫ້ອງວ່າການປົກຄອງແຂວງ, ຄະນະກໍາມະການ, ພະແນກການ, ອົງການທຽບເທົ່າພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແລະ ແລກປ່ຽນຄຳເຫັນ ເພື່ອກ້າວໄປເຖິງສ້າງຄວາມເປັນເອກະພາບກັນ ຕໍ່ບັນດາເນື້ອໃນ ແລະ ໃນຂອບເຂດຄວາມຮັບຜິດຊອບຂອງອົງການປົກຄອງແຂວງ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ທີ່ຈະຈັດຂຶ້ນໃນຕໍ່ໜ້າ; ເປັນເອກະພາບທາງດ້ານທັດສະນະ ຕໍ່ບັນຫາສຳຄັນຈຳນວນໜຶ່ງ ແລະ ພ້ອມກັນຕີລາຄາ, ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ ສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ ຕື່ມ.ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມເທື່ອນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື: ບົດລາຍງານ ຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນຂັ້ນແຂວງ ແຕ່ກອງປະຊຸມສະໄໝສາມັນເທື່ອ 8 ຫາ ກອງປະຊຸມສະໄໝສາມັນເທື່ອ 9; ບົດລາຍງານກ່ຽວກັບສະພາບການຄຸ້ມຄອງໂຄງການຊອກຄົ້ນສຳຫຼວດ ແລະ ໂຄງການຂຸດຄົ້ນແຮ່ທາດຢູ່ແຂວງອັດຕະປື ຕິດພັນກັບການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ຈຂ.ອປ, ລົງວັນທີ 8 ພຶດສະພາ 2025 ກ່ຽວກັບການຕິດຕາມກວດກາ ແລະ ແກ້ໄຂບັນຫາການຂຸດຄົ້ນແຮ່ຄຳຕົກຂ້ອນ, ຫີນແຮ່-ຊາຍ ຕາມສາຍນໍ້າລໍາເຊ, ຫ້ວຍນໍ້າ ແລະ ການຄຸ້ມຄອງຂຸດຄົ້ນແຮ່ທາດຕ່າງໆ; ບົດລາຍງານການຈັດຕັ້ງປະຕິບັດວຽກງງານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃນໄລຍະຜ່ານມາ ແລະ ລາຍງານຮ່າງແຜນການກະກຽມແຜນການສ້າງນິຕິກໍາໃຕ້ກົດໝາຍ ໄລຍະ 5 ປີ ( 2026-2030 ),ການຄຸ້ມຄອງຮ້ານອາຫານ-ບັນເທີງ, ການຕ້ານ ແລະ ສະກັດກັ້ນ ຕໍ່ກັບພະຍາດໂລກເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນອື່ນໆ ທີ່ກຳລົງແຜ່ລະບາດ.ສະນັ້ນ ເພື່ອເຮັດໃຫ້ກອງປະຊຸມ ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້, ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ເຂົ້າຮ່ວມ ແລະ ຜູ້ທີ່ຮັບຜິດຊອບແຕ່ລະຫົວຂໍ້ ສຸມໃສ່ສະເໜີບັນຫາທີ່ຂໍທິດຊີ້ນຳ ຫຼື ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລວມທັງການປະກອບຄໍາເຫັນຂອງບັນດາທ່ານຜູ້ເຂົ້າຮ່ວມ ກໍໃຫ້ເຂົ້າບັນຫາທີ່ຍົກຂຶ້ນຢ່າງກົງໄປກົງມາ, ມີຈຸດສຸມ ແລະ ສະເໜີທິດທາງທີ່ຈະແຈ້ງ ເພື່ອໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ນຳໄປປັບປຸງບົດລາຍງານຕ່າງໆ ທີ່ຈະເຂົ້າຜ່ານກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ໃຫ້ສົມບູນ ແລະ ຮັດກຸມ ຍິ່ງຂຶ້ນ.
(ວິນັດ ສີສຸລາດ)