




ຈຸດປະສົງການຈັດກອງປະຊຸມຮ່ວມໃນຄັ້ງນີ້ ເພື່ອປະຕິບັດຕາມ ຂໍ້ຕົກລົງຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ແລະ ປຶກສາຫາລື, ແລກປ່ຽນຄິດຄໍາເຫັນ ໃນກະກຽມບັນດາເນື້ອໃນ ທີ່ຈະນໍາເຂົ້າຜ່ານໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II. ໃນກອງປະຊຸມໄດ້ຜ່ານ ຮ່າງແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II, ຊຶ່ງຕາມແຜນຄາດຄະເນແມ່ນ ຈະໄຂຂຶ້ນໃນວັນທີ 25-27 ມັງກອນ 2023 ທີ່ຈະມາເຖິງນີ້. ພາຍຫຼັງທີ່ໄດ້ຜ່ານຮ່າງແຜນການກະກຽມ ແລະ ການດໍາເນີນກອງປະຊຸມ ດັ່ງກ່າວ, ທ່ານຮອງເຈົ້າແຂວງໄດ້ຕາງໜ້າເບື້ອງອົງການປົກຄອງແຂວງ, ທ່ານໄດ້ມີຄໍາເຫັນຊີ້ນໍາຕໍ່ພະແນກການ-ອົງການຂອງແຂວງ ໃຫ້ເອົາໃຈໃສ່ ກະກຽມດ້ານຂໍ້ມູນຕ່າງໆເປັນຕົ້ນແມ່ນ ບົດລາຍງານ ແລະ ນິຕິກໍາໃຕ້ກົດໝາຍ(ຮ່າງຂໍ້ຕົກລົງຂອງທ່ານເຈົ້າ) ທີ່ຈະນໍາມາຜ່ານໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ສຸມໃສ່, ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນແລກປ່ຽນຕໍ່ກັບແຜນການກະກຽມ ແລະ ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ແລະ ບັນຫາພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງອົງການປົກຄອງແຂວງ.



ຕອນທ້າຍກອງປະຊຸມ, ຍັງໄດ້ມີຄໍາເຫັນເນັ້ນໜັກເພີ່ມຕື່ມເປັນຕົ້ນແມ່ນ: ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ ມອບໃຫ້ກອງເລຂາປັບປຸງບັນດາເນື້ອໃນໃຫ້ລະອຽດ; ມອບໃຫ້ກອງເລຂາ, ຄະນະເລຂາທິການສະພາປະຊາຊົນແຂວງ ກັບ ຫ້ອງວ່າການແຂວງ ຕ້ອງປະສານກັນຢ່າງກົມກຽວບັນດາວຽກປິ່ນອ້ອມ ແລະ ບັນດາຄະນະກໍາມະການສະພາປະຊາຊົນແຂວງ ກັບ ພະແນກການ, ອົງການທີ່ກ່ຽວຂ້ອງ ຈະຕ້ອງພົວພັນປະສານສົມກັນຢ່າງລະອຽດ; ມອບໃຫ້ອົງປົກຄອງກວດກາຄືນບັນດາເນື້ອໃນທີ່ຈະນໍາເຂົ້າຜ່ານໃນກອງປະຊຸມ ເພື່ອເຮັດໃຫ້ໂຕເລກໂຕຜາ ຂອງວຽກງານຕ່າງໆໃຫ້ກົງກັນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ; ພະແນກການ-ອົງການ ຈະຕ້ອງກະກຽມວຽກງານທີ່ຕົນຮັບຜິດຊອບ ເພື່ອຈະໄດ້ຊີ້ແຈງກັບທີ່ຕໍ່ຄໍາຊັກຖາມ ຂອງສະມາຊິກສະພາປະຊາຊົນແຂວງ; ບົດລາຍງານຕ່າງໆ ຕ້ອງໄດ້ສົ່ງໃຫ້ ສະພາປະຊາຊົນແຂວງ ກ່ອນເປີກກອງປະຊຸມຢ່າງຊ້າໜຶ່ງອາທິດ ເພື່ອຈະໄດ້ແຈກຢາຍໃຫ້ ສະມາຊິກສະພາປະຊາຊົນແຂວງ ຄົ້ນຄວ້າກ່ອນການປະກອບຄໍາເຫັນ ແລະ ການຂຶ້ນລາຍງານ-ການຊີ້ແຈງ ຕໍ່ຄໍາຊັກຖາມຕ້ອງປະຕິບັດຕາມວາລະກອງປະຊຸມ ຢ່າງເຂັ້ມງວດ.

ພາບ/ຂ່າວ: ສພຂ.