ເພື່ອຄົ້ນຄ້ວາປຶກສາຫາລື ໃຫ້ມີຄວາມເປັນເອກະພາບ ແລະ ຮັດກຸມຕໍ່ບັນດາເນື້ອໃນຫົວຂໍ້ທີ່ຈະນໍາເຂົ້າລາຍງານໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ແລະ ວຽກງານທີ່ພົ້ນເດັ່ນຂອງແຂວງ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ນັ້ນ, ໃນຕອນບ່າຍວັນທີ 2 ກຸມພາ 2023 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ອັດຕະປື ກັບ ອົງການປົກຄອງແຂວງ ອັດຕະປື, ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ,ຄະນະເລຂາທິການ ແລະ ພະແນກການຂອງແຂວງທີີ່ກ່ຽວຂ້ອງເຂົ້າຮ່ວມ,
ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ
