ກອງປະຊຸມຮ່ວມລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ

ຕ.ລ. 26, 2023

ໃນຕອນເຊົ້າ ວັນທີ 26 ຕຸລາ 2023 ທີ່ຫ້ອງປະຊຸມໃຫຍ່ຂອງສະພາປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງຮ່ວມລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ທອງສີ ເສົາສຸລິພົມປະທານຄະນະປະຈໍາສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທີ່ກ່ຽວຂ້ອງຂັ້ນແຂວງ, ມີບັນດາທ່ານຮອງປະທານຄະນະກໍາມະການ, ຮອງເລຂາທິການ ແລະ ພະນັກງານວິຊາການ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ເພື່ອປຶກສາຫາລື, ເປັນເອກະພາບກ່ຽວກັບການກະກຽມ ແລະ ສັງລວມເປັນບົດປະກອບຄວາມເຫັນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງແຂວງ, ສັງລວມ ແລະ ເອກະພາບຕໍ່ກັບແຕ່ລະບັນຫາ, ວຽກງານທີ່ຄົງຄ້າງ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ສະເໜີລັດຖະບານ ແລະ ສະພາແຫ່ງຊາດຄົ້ນຄວ້າ ພິຈາລະນາ, ແກ້ໄຂຊ່ວຍແຂວງຜົ້ງສາລີ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX

ໃນກອງປະຊຸມໄດ້ຮັບຟັງ ທ່ານ ຄໍາດາ ໂສລະພົມ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ, ທ່ານ ສົມຈິດ ລາວຈຸງ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ທ່ານ ສຸວັນຟູ ລາວລີ ຮອງປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ລາຍງານກ່ຽວກັບການສັງລວມເນື້ອໃນ, ບັນຫາ ແລະ ວຽກງານ ເຂົ້າເປັນບົດປະກອບຄວາມເຫັນ ແລະ ຄໍາຊັກຖາມ ຕາມຂົງເຂດຄວາມຮັບຜິດຊອບຂອງຕົນ. ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມ ແລະ ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບ ຕໍ່ເນື້ອໃນບົດປະກອບຄໍາເຫັນດັ່ງກ່າວ ແລະ ມີຂໍ້ສະເໜີ ເພື່ອເປັນຂໍ້ມູນໃຫ້ແກ່ຄະນະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 2 ທີ່ຈະນໍາເຂົ້າປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX

ພາບ-ຂ່າວ: ສູນທອງ ວິໄລຈິດ