(ສພຊ) ເພື່ອສ້າງຄວາມເປັນເອກະພາບ ລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໃນການແກ້ໄຂບັນຫາຕ່າງໆ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ; ເພື່ອປຶກສາຫາລື ແລະ ຮ່ວມກັນຊອກຫາວິທີການແກ້ໄຂ ບັນຫາເຄັ່ງຮ້ອນຮີບດ່ວນ ທີ່ເກີດຂຶ້ນໃນສັງຄົມ ທີ່ພົວພັນກັບການດຳເນີນຄະດີຕາມຂະບວນການຍຸຕິທຳ, ບັນຫາທີ່ພົວພັນກັບຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ; ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ. ໃນວັນທີ 14 ພະຈິກ 2022 ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາ ແຫ່ງຊາດ ກັບອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ສຈ. ປອ. ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ ແລະ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
![](https://na.gov.la/wp-content/uploads/2022/11/315617009_574994217963401_3020533111051693613_n.jpeg)
ກອງປະຊຸມໄດ້ຮັບຟັງການລາຍງານການປະຕິບັດບົດບາດຂອງອົງການໄອຍະການປະຊາຊົນສູງສຸດ ໃນການ ຕິດຕາມກວດກາການດຳເນີນຄະດີຢູ່ສານ; ລາຍງານສະພາບການດຳເນີນຄະດີສາມຂັ້ນ, ສານຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ແລະ ສາເຫດເກີດຈາກໃສ ໂດຍສະເພາະການຊັກຊ້າ, ແກ່ຍາວ, ຫຼົບໄປຫຼົບມາ ແລະ ຄູ່ຄວາມຍັງບໍ່ພໍໃຈຕໍ່ການຕັດສິນໃຈ, ພິພາກສາຂອງສານ.![]()
![](https://na.gov.la/wp-content/uploads/2022/11/315636778_574994181296738_199140290840430017_n.jpeg)
![](https://na.gov.la/wp-content/uploads/2022/11/315638469_574994211296735_8805753686006982445_n.jpeg)
(ພາບ ແລະ ຂ່າວ: ສົມນຶກ ແກ້ວໄຊຍະຈັກ)