(ສພຂ) – ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ນີ້, ທີ່ສະພາປະຊົນແຂວງຄຳມ່ວນ ໄດ້ຈັດກອງປະຊຸມຮ່ວມລະຫວ່າງ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ກັບ ອົງການປົກຄອງແຂວງຄຳມ່ວນ ເພື່ອກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II, ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະ ທ່ານ ບຸນມີ ພິມມະສອນ ປະທານ ຄະນະປະຈຳສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາ ທ່ານຮອງປະທານ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຮອງເຈົ້າແຂວງ, ບັນດາທ່ານ ກຳມະການ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການສະພາປະຊາຊົນຂັ້ນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືເຊີນເຂົ້າຮ່ວມ.

ຈຸດສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ຄວາມເປັນເອກະພາບຕໍ່ກັບບັນດາເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນ ທີ່ຈະໄດ້ໄຂຂຶ້ນໃນບໍ່ດົນຕໍ່ໜ້ານີ້, ພ້ອມນັ້ນ, ກອງປະຊຸມຍັງໄດ້ຕີລາຄາສູງ ແລະ ຖອດຖອນບົດຮຽນ ກ່ຽວກັບກົນໄກການປະສານງານ ລະຫວ່າງ ສະພາປະຊາຊົນຂັ້ນແຂວງ ກັບ ອົງການປົກຄອງແຂວງໃນໄລຍະຜ່ານມາ.

ກອງປະຊຸມຄັ້ງນີ້, ບັນດາທ່ານທີ່ເຂົ້າຮ່ວມໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບຜົນສຳເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 8; ແຜນການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຄຳມ່ວນຊຸດທີ II; ລາຍງານການກະກຽມເນື້ອໃນຂອງປະຊຸມ ທີ່ຕິດພັນກັບຄວາມຮັບຜິດຊອບຂອງສະພາປະຊາຊົນຂັ້ນແຂວງ ແລະ ຂອງອົງການປົກຄອງແຂວງ; ເນື້ອໃນຄຳຊັກຖາມ ບັນດາພະແນກການທີ່ກ່ຽວຂ້ອງ ກະກຽມລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກຖາມ ຢູ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລະ ລາຍງານຜົນການກະກຽມເນື້ອໃນ ແລະ ວຽກງານນິຕິກຳຂອງອົງການປົກຄອງແຂວງ ( ຮ່າງຂໍ້ຕົກລົງຂອງເຈົ້າແຂວງ ແລະ ການປະເມີນຂໍ້ຕົກລົງເຈົ້າແຂວງ ສະບັບເລກທີ 1163/ຈຂ.ຄມ ) ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະພາປະຊາຊົນຂັ້ນແຂວງ, ພ້ອມນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນຮ່ວມກັນ, ເນື້ອໃນດ້ານຕ່າງໆ ຂອງອົງການປົກຄອງແຂວງກໍ່ຄືບັນດາພະແນກການຂອງແຂວງທີ່ຂຶ້ນລາຍງານ ຊີ້ແຈງ ແລະ ຕອບຂໍ້ຊັກຖາມ, ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນ ແຂວງຄໍາມ່ວນຊຸດທີ II.
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ເຊິ່ງຄາດວ່າຈະໄດ້ຈັດຂຶ້ນໃນທ້າຍເດືອນ ກໍລະກົດ 2025 ນີ້, ທີ່ສະໂມສອນ 21 ມີນາຂອງແຂວງ ( ຫຼັກ4 ).