ກອງປະຊຸມຮ່ວມລະຫວ່າງ ຄປຈສພຊ ກັບ ສານ ແລະ ອົງການໄອຍະການປະຊາຊົນສູງສຸດ

ຕ.ລ. 30, 2025

(ສພຊ) – ຕອນເຊົ້າວັນທີ 28 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານໃນ ຄປຈສພຊ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດ ຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ຮອງປະທານອົງການກວດກາແຫ່ງລັດ ແລະ ແຂກຖືກເຊີນ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການແກ້ໄຂບັນຫາຕ່າງໆ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ; ປຶກສາຫາລື ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ທີ່ພົວພັນກັບການດໍາເນີນຄະດີຕາມຂະບວນການຍຸຕິທຳ, ບັນຫາທີ່ພົວພັນກັບຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ ທັງເປັນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຂອງບັນດາອົງ ການລັດຂັ້ນຕ່າງໆ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ຕະຫຼອດໄລຍະປີ 2025, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໄດ້ມີຄວາມພະຍາຍາມເອົາໃຈໃສ່ ແລະ ເປັນເຈົ້າການຈັດຕັ້ງປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ເພື່ອແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ສຳເລັດ; ພ້ອມນັ້ນ, ກໍສືບຕໍ່ເພີ່ມທະວີປະຕິບັດກົນໄກປະສານງານກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາລະຫວ່າງກໍາມາທິການຍຸຕິທໍາ ກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ເຮັດໃຫ້ການແກ້ໄຂຂໍ້ຂັດແຍ້ງໃນສັງຄົມ ມີຄວາມວ່ອງໄວ ແລະ ຍຸຕິທໍາຕາມກົດໝາຍ, ມີຄວາມໂປ່ງໃສໃນທຸກຂັ້ນຕອນຂອງການດໍາເນີນຄະດີຕາມຂະບວນການຍຸຕິທໍາ, ການຕັດສິນ-ພິພາກສາຄະດີ ແມ່ນຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ຖືກຕາມຄວາມເປັນຈິງ, ການຈັດຕັ້ງປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ໃຫ້ສິ້ນສຸດຕາມກົດໝາຍ.
ກອງປະຊຸມໄດ້ຮັບຟັງການປະເມີນ, ຕີລາຄາຄຸນນະພາບຕໍ່ການປະຕິບັດບັນດາຄາດໝາຍ: ການພິຈາລະນາຄະດີ ໃຫ້ບັນລຸ 85% ຕໍ່ຈຳນວນຄະດີທີ່ເຂົ້າມາສານ, ຮັບປະກັນຄຸນນະພາບການຕັດສິນຄະດີ ອັດຕາອຸທອນບໍ່ໃຫ້ເກີນ 15%, ການຂໍລົບລ້າງບໍ່ໃຫ້ເກີນ 25%, ຜູ້ພິພາກສາດີ-ເກັ່ງ ໃຫ້ໄດ້ 25% ຂອງຜູ້ພິພາກສາທັງໝົດ ແລະ ຜົນການຈັດຕັ້ງປະຕິ ບັດ 5 ແຜນງານ, 22 ໂຄງການ, 79 ກິດຈະກຳຂອງສານປະຊາຊົນ. ການປະເມີນ, ຕີລາຄາຄຸນນະພາບຕໍ່ການຈັດຕັ້ງປະຕິບັດ 2​ ຄາດໝາຍຄື: ສັ່ງຟ້ອງຂຶ້ນສານ ໃຫ້ໄດ້ 95%, ສານຕັດສິນເອົາຕາມຄໍາຖະແຫຼງ ໃຫ້ໄດ້ 95% ແລະ ຜົນການ ຈັດຕັ້ງປະຕິບັດ 6 ແຜນງານ, 25 ໂຄງການ, 94 ກິດຈະກໍາຕິດພັນກັບຄໍາຂວັນ 3 ມີ 4 ​ຮັບປະກັນ (3 ມີ: ມີແນວຄິດການເມືອງທີ່ດີ, ມີການພັດທະນາ, ມີຄວາມສາມັກຄີ ແລະ 4 ຮັບປະກັນ: ຮັບປະກັນຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມຍຸຕິທໍາ, ຮັບປະກັນຄວາມໂປ່ງໃສ​, ຮັບປະກັນຕາມກໍານົດເວລາ). ລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສາເຫດ ແລະ ວິທີການແກ້ໄຂໃນຕໍ່ໜ້າ ການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວໃນໄລຍະຜ່ານມາ; ການຊຸກຍູ້, ຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານ ຕາມມາດຕາ 5 ຂໍ້ທີ 18 ຂອງກົດໝາຍວ່າດ້ວຍລັດຖະບານ. ລາຍງານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີການແກ້ໄຂ ການຈັດຕັ້ງປະຕິບັດມາດຕາ 152 ການຈົດທະບຽນການແຕ່ງດອງ ຂອງປະມວນກົດໝາຍແພ່ງ ສະບັບປີ 2018 ແລະ ການດໍາເນີນຄະດີສາຍຜົວ-ເມຍໃນໄລຍະຜ່ານມາ; ລາຍງານການຈັດຕັ້ງປະຕິບັດ ແລະ ວິທີການແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ປະຊາຊົນໄດ້ຮັບຄວາມຍຸຕິທໍາ ໃນການພິຈາລະນາ ແລະ ແກ້ໄຂຄໍາສະເໜີຂອງລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ຕາມມາດຕາ 18, 19,​ 20​ ແລະ 21 ຂອງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປີ 2022.
ຈາກນັ້ນ, ບັນດາທ່ານຜູ້ແທນ ໄດ້ເຊີດຊູຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນໃສ່ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

(ນາງ ອາລິນ ສຸພິມມະປະດິດ)